ຫາງສຽງຕ່າງປະເທດຍ້ອງຍໍຜົນງານການປະຕິວັດຫວຽດນາມ

ຫາງສຽງຕ່າງປະເທດຍ້ອງຍໍຜົນງານການປະຕິວັດຫວຽດນາມ - ảnh 1
ຄຳ​ສັ່ງ​ກາ​ນ​ລຸກ​ຮຶ້​ຂຶ້ນ​ຖືກ​ເຜີຍ​ແຜ່​ໃນ​ທົ່ວ​ປະ​ເທດ
ພາບເອ​ກະ​ສານ

(vovworld)- ​ວັນ​ທີ 18/8, ຫນ້າ​ເວັບ​ຂອງ​ສູນ​ຄົ້ນ​ຄ້​ວາ​ເສດ​ຖະ​ກິດ ແລະ ສັງ​ຄົມ ອັກ​ຊັງ​ຕີນ ໄດ້​ມີ​ບົດ​ຂຽນ​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2 ກັນ​ຍາ.  ບົດ​ຂຽນ​ຂອງ​ສາດ​ສະ​ດາ​ຈານ Oscar Natalichio ໄດ້​ທົບ​ທວນຄືນບັນ​ດາ​ຂີດ​ໝາຍ​ສຳ​ຄັນຂອງ​ການ​ປະ​ຕິ​ວັດຫວຽດ​ນາມ ນັບ​ແຕ່​ເມື່ອ​ພັກ​ກອມ​ມູ​ນິດ ອິນ​ດູ​ຈີນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ປະ​ທານ​ໂຮ່​ຈິ​ມີນ. ​ມ້ວນ​ທ້າຍ​ບົດ​ຂຽນ, ​ສາດ​ສະ​ດາ​ຈານ​ສະ​ຫລຸບ​ວ່າ: ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ແມ່ນ​ການ​ເລ​ີ່ມ​ຕົ້ນ​ໃຫ້​ບັນ​ດາ​ຜົນ​ງານ​ຍິ່ງ​ໃຫຍ່ຂອງ​ຫວຽດ​ນາມ.

ໃນ​ຂະ​ນະ​ນັ້ນ ຫນັງ​ສື​ພິມ​ປະ​ຊາ​ຊົນ, ຫນັງ​ສື​ພິມ​ປະ​ເທດ​ລາວ ແລະ ຫນັງ​ສື​ພີມ​ລາວ​ພ​ັດ​ທະ​ນາ ສະ​ບັບ​ອອກວັນ​ທີ 19/8 ລ້ວນ​ແຕ່​ລົງ​ພິ​ມ​ຮູບ​ພາບ ແລະ ບົດ​ກ່ຽວ​ກັບ​ສະ​ພາ​ວະ​ປະ​ຫວັດ​ສາດ​ພາ​ໄປ​ເຖິງ​ການ​ລຸກ​ຮຶ້​ຂຶ້ນ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ເມື່ອ​ເດືອນ​ສິງ​ຫາ​ປີ 1945 ກໍ​ຄື​ຄວາມໝາຍ​ປະ​ຫວັດ​ສາດ​ຂອງວັນ​ທີ 19/8 ສຳ​ລັບ​ກິດ​ຈະ​ການ​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ. ບັນ​ດາ​ບົດ​ຂຽນ​ລ້ວນ​ແຕ່ຢັ້ງ​ຢືນ​ວ່າ: ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ແມ່ນ​ເຫດ​ການ​​ໃຫຍ່​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ, ແມ່ນ​ບາດ​ລ້ຽວ​ປະ​ຫວັດ​ສາດ​ຂອງ​ການປະ​ຕິ​ວັດ​ຫວຽດ​ນາມ, ເປັນ​ຂີດ​ໝາຍ​ເປັນ​ຄັ້ງ​ທຳ​ອິດ ຊົ​ນ​ຊັ້ນ​ກຳ​ມະ​ກອນ ຊາວ​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ໃນ​ທົ່ວ​ປະ​ເທດ, ສ້າງ​ເປັນ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ, ປະ​ຊາ​ຊົນ ລະ​ບອບ​ທຳ​ອິ​ດ​ຢູ່​ຫວຽດ​ນາມ. ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ 70 ປີ​ຜ່ານ​ມາ ໄດ້​ສ້າງ​ພື້ນ​ຖານ ແລະ ປະ​ຖົມ​ປັດ​ໄຈ​ສຳ​ຄັນ, ລ້ຳ​ຄ່າ​ເພື່ອ​ໃຫ້​ຫວຽດ​ນາມ ສືບ​ຕໍ່​ປ່ຽນ​ແປງ​ໃຫມ່ ແລະ ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ຮອບ​ດ້ານກວ່າ​ໃນ​ໄລ​ຍະ​ໃຫມ່.

ຂ່າວ/ບົດ​ອື່ນ