ຫາງສຽງສາກົນຄັດຄ້ານຈີນປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ

ຫາງສຽງສາກົນຄັດຄ້ານຈີນປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ - ảnh 1ຫາງສຽງສາກົນຄັດຄ້ານຈີນປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ - ảnh 2
ຫາງ​ສຽງ​ສາກົນ​ຄັດຄ້ານ​ຈີນ
​ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ: Vietnam+)


​(vovworld) – ຕອນ​ບ່າຍ​ວັນ​ທີ 27/06, ມີ​ນັກ​ສຶກສາ, ຊາວ​ຫວຽດນາມອາ​ໄສ​ຢູ່​ສະ​ວິດ ​ແລະ ປະຊາຊົນ​ປະ​ເທດ​ສະ​ວິດ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເດີນຂະ​ບວນ, ລົງ​ນາມ​ໃນ​ຈົດ​ໝາຍ​ຄັດຄ້ານ​ເລື່ອງ​ຈີນ ປ່ຽນ​ແປງ​ສະພາບ​ເດີມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​​​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງ​ສະຫະ​ປະຊາ​ຊາດ, ຂຶ້ນ​ກັບ​ນະຄອນ ​ເຊີ​ແນວ, ປະ​ເທດ​ສະ​ວິດ. ຕາງ​ໜ້າ​ໃຫ້​ໄວ​ໜຸ່ມ​, ອ້າຍ ລຶວວິ້ງ​ຕ່ວານ, ຮອງ​ປະທານ​ສະມາຄົມ​ຊາວ​ໜຸ່ມ​ຫວຽດນາມ ປະຈຳ​ສະ​ວິດ, ​ໄດ້​ມີ​ບົດ​ກ່າວ​ປາ​​ໄສ ​ເນັ້ນ​ໜັກ​ເຖິງ​ພື້ນຖານ​ດ້ານ​ນິຕິກຳ ​ແລະ ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ຢັ້ງຢືນ​ອະທິປະ​ໄຕທີ່​ຖືກ​ຕ້ອງ​ກັນກົດ​ໝາຍ​ສຳລັບ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ຕໍ​່ເນືອງ ​ແລະ ມີມາ​ແຕ່​ດົນ​ນານ​ຂອງ​ຫວຽດນາມ. ບັນດາ​ກາ​ນ​ເຄື່ອນ​ໄຫວ​ກໍ່ສ້າງ​ເປີດ​ກວ້າງ ​ແລະ ​​​ເຮັດ​​ໃຫ້​ປ​່ຽນ​ແປງ​ສະພາບ​ເດີມ​ຢູ່​ບັນດາ​ໝູ່​ເກາະ​​ເຈືອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສິ່ງ​ທ່ີ​ປະຊາຊົນ​ຫວຽດນາມ, ປະຊາ​ຄົມ​ສາ​ກົນ​ບໍ່ສາມາດ​ຮັບ​ຮູ້​ໄດ້. ທ່ານ​ນາງ Anjuska Weil, ປະທານ​ສະມາ​ຄົມ​ມິດຕະພາບ​ສະ​ວິດ - ຫວຽດນາມ ຖື​ວ່າ; ບັນດາ​ປະ​ເທດ​ໃນ​ໂລກ ຕ້ອງ​ເຂົ້າ​ໃຈຢ່າງ​ຈະ​ແຈ້ງ​​ເນື້ອແທ້​ຂອງ​ບັນຫາ​ນັ້ນແມ່ນ ຈີນ​ ພວມ​ນາບ​ຂູ່​ເຖິງ​ຄວາມ​ສັນຕິ​ພາບ, ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ຄຽງ​ຄູ່​ກັບ​ເລື່ອງ​ຄວນ​ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ຜືນ​ແຜ່ນດິນ​ແລ້ວ, ກໍຕ້ອງ​ອອກສຽງ​ເພື່ອ​ສັນຕິພາບ ​ແລະ ຄວາມ​ຍຸຕິທຳ, ​ເພື່ອ​ໂລກ​ປອດ​ສົງຄາມ.

ຂ່າວ/ບົດ​ອື່ນ