ອັງກິດ ຊົມເຊີຍເລື່ອງ CPTPP ຈະມີຜົນສັກສິດໂດຍໄວ

(VOVWORLD) - ທ່ານລັດຖະມົນຕີ Fox ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ຄູ່ຕຳແໜ່ງ ອົດສະຕາລີ ທ່ານ Scott Morrison ໄດ້ສະແດງການສະໜັບສະໜູນ ອັງກິດ ເຂົ້າຮ່ວມ CPTPP.

ອັງກິດ ຊົມເຊີຍເລື່ອງ CPTPP ຈະມີຜົນສັກສິດໂດຍໄວ - ảnh 1

ທ່ານ Liam Fox, ລັດຖະມົນຕີການຄ້າສາກົນ ອັງກິດ 

(ພາບ: AFP/TTXVN)

ວັນທີ 31 ຕຸລາ, ທ່ານ Liam Fox, ລັດຖະມົນຕີການຄ້າສາກົນ ອັງກິດ ໄດ້ຊົມເຊີຍເລື່ອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຈະມີຜົນສັກສິດນັບແຕ່ວັນທີ 30 ທັນວາຈະມາເຖິງ.

        ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີ Fox ໄດ້ຂຽນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອຮູ້ວ່າ  ບັນດາຂໍ້ມູນຂ່າວໃຫມ່ ກ່ຽວກັບ TPP ໃນປະຈຸບັນ - ເຊິ່ງເປັນຂີດໝາຍໃນວິວັດການພັດທະນາການຄ້າສາກົນໂດຍອີງໃສ່ບັນດາຫຼັກການ”. ເຖິງວ່າບໍ່ທັນເປັນສະມາຊິກຂອງ CPTPP ກໍ່ຕາມ, ແຕ່ອັງກິດຍັງສະແດງຄວາມຫວັງຢາກເຂົ້າຮ່ວມສັນຍາສະບັບນີ້ພາຍຫຼັງຖອນຕົວອອກຈາກ ສະຫະພາບເອີລົບ (Brexit). ທ່ານລັດຖະມົນຕີ Fox ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ຄູ່ຕຳແໜ່ງ ອົດສະຕາລີ ທ່ານ Scott Morrison ໄດ້ສະແດງການສະໜັບສະໜູນ ອັງກິດ ເຂົ້າຮ່ວມ CPTPP.

ຕອບກັບ

ຂ່າວ/ບົດ​ອື່ນ