ອັງ​ກິດພົບ​ເຫັນ​ ​ຊາວ​ອົບ​ພະ​ຍົບ​ກ່​ວາ 1000 ຄົນ ພວມ​ຊອກ​ຫາ​ວິ​ທີ​ຂ້າມ​ຊ່ອງ​ແຄບ Manche

(VOVWORLD) -ວັນທີ 10 ຕຸລາ, ກະຊວງພາຍໃນ ອັງກິດໄດ້ປະກາດວ່າ ໃນເວລາພຽງ 2 ວັນ, ວົງການເຈົ້າໜ້າທີ່ປະເທດນີ້ ໄດ້ກູ້ເອົາຊີວິດ ຫຼື ສະກັດກັ້ນຊາວອົບພະຍົບລວມທັງໝົດ 1.115 ຄົນ ທີ່ພວມຊອກຫາວິທີຂ້າມ ຊ່ອງແຄບ Manche ຈາກ ຝລັ່ງ ໄປຍັງ ອັງກິດ.

ອັງ​ກິດພົບ​ເຫັນ​ ​ຊາວ​ອົບ​ພະ​ຍົບ​ກ່​ວາ 1000 ຄົນ ພວມ​ຊອກ​ຫາ​ວິ​ທີ​ຂ້າມ​ຊ່ອງ​ແຄບ Manche - ảnh 1ອັງກິດພົບເຫັນ ຊາວອົບພະຍົບພວມຊອກຫາວິທີຂ້າມຊ່ອງແຄບ Manche (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ໃນວັນທີ 9 ຕຸລາ, ວົງການເຈົ້າໜ້າທີ່ອັງກິດ ໃຫ້ຮູ້ວ່າ ໄດ້ປະຕິບັດ 17 ບັ້ນຍຸດທະສາດ ແລະ ກູ້ເອົາຊີວິດຜູ້ອົບພະຍົບ 491 ຄົນ, ວັນທີ 8 ຕຸລາ, ມີຊາວອົບພະຍົບ 624 ຄົນ ກໍ່ໄດ້ຮັບການກູ້ເອົາຊີວິດ ໃນ 23 ບັ້ນຍຸດທະສາດ. ວົງການເຈົ້າໜ້າທີ່ກໍ່ປະກາດວ່າ ໄດ້ສະກັດກັ້ນຊາວອົບພະຍົບ 414  ຄົນ ທີ່ພວມຊອກຫາວິທີການໄປຍັງອັງກິດໃນ 2 ວັນທີ່ຜ່ານມາ.

ລັດຖະບານອັງກິດ ຕັດສິນໃຈສະກັດກັ້ນສະພາບການເພີ່ມທະວີຂຶ້ນຂອງບັນດາເຫດຂ້າມຊ່ອງແຄບ Manche ທີ່ອັນຕະລາຍນີ້. ຕາມການສະຖິຕິຂອງ ສຳນັກຂ່າວສານ PA (ອັງກິດ), ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ ມີຊາວອົບພະຍົບ ກ່ວາ 17000 ຄົນ ໄດ້ຊອກຫາວິທີຂ້າມຊ່ອງແຄບ Manche ໄປຍັງອັງກິດ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບຕົວເລກທີ່ໄດ້ຮັບຮູ້ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ