ອັງກິດອະນຸມັດຜ່ານແຜນການຈັດກອງປະຊຸມລັດຖະສະພາທາງອອນລາຍ

(VOVWORLD) -ບັນດາການນຳລັດຖະສະພາອັງກິດ ໄດ້ອະນຸມັດຜ່ານບັນດາແຜນການອະນຸຍາດໃຫ້ສະພາຕ່່ຳຈັດກອງປະຊຸມທາງອອກລາຍ ເປັນຄັ້ງທຳອິດ ໃນປະຫວັດສາດ 700 ປີ.

ອັງກິດອະນຸມັດຜ່ານແຜນການຈັດກອງປະຊຸມລັດຖະສະພາທາງອອນລາຍ - ảnh 1 ການນຳລັດຖະສະພາອັງກິດ ໄດ້ອະນຸມັດຜ່ານບັນດາແຜນການອະນຸຍາດໃຫ້ສະພາຕ່່ຳຈັດກອງປະຊຸມທາງອອກລາຍ

(ພາບປະກອບ: THX/TTXVN)

ວັນທີ 16 ເມສາ, ບັນດາການນຳລັດຖະສະພາອັງກິດ ໄດ້ອະນຸມັດຜ່ານບັນດາແຜນການອະນຸຍາດໃຫ້ສະພາຕ່່ຳຈັດກອງປະຊຸມທາງອອກລາຍ ເປັນຄັ້ງທຳອິດ ໃນປະຫວັດສາດ 700 ປີ. ການກະທຳທີ່ບໍ່ເຄີຍມີມາກ່ອນນີ້ແມ່ນຍ້ອນໂລກລະບາດໂຄວິດ- 19 ມີການຜັນແປຢ່າງສັບສົນ. ນອກຈາກນັ້ນ, ຄາດວ່າ ລັດຖະບານອັງກິດ ຈະປະກາດຂໍ້ຕົກລົງແກ່ຍາວຄຳຮຽກຮ້ອງໃຫ້ແຍກຫ່າງທົ່ວສັງຄົມໃນວັນທີ 16 ເມສາ.

        ຕາມແຜນການ, ລັດຖະສະພາອັງກິດ ຈະນຳໃຊ້ໂປຼແກຼມຈັດກອງປະຊຸມອອນລາຍ Zoom ເພື່ອອະນຸຍາດໃຫ້ບັນດາສະມາຊິກລັດຖະສະພາຕັ້ງຄຳຖາມ, ຊັກຖາມລັດຖະມົນຕີກ່ຽວກັບນະໂຍບາຍໃນຊ່ວງເວລານຳໃຊ້ມາດຕະການປິດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ