ອົງການກວດກາລັດຖະບານຈັດການປະຊຸມຂ່າວກ່ຽວກັບໝາກຜົນແກ້ໄຂການການຮ້ອງທຸກ, ກ່າວຟ້ອງ

(vovworld) - ຕອນ​ເຊົ້າ​ວັນ​ທີ 18/10 ຢູ່ ຮ່າ​ໂນ້ຍ, ອົງການ​ກວດກາ​ນລັດຖະບານ​​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ການ​ກວດກາ, ສຳ​ຫລວດ​ກວດກາ​ການ​ແກ້​ໄຂ​ການຮ້ອງທຸກ, ກ່າວ​ຟ້ອງ​ໃນ​ທົ່ວ​ປະ​ເທດ. ທີ່​ການ​ປະຊຸມ​ຂ່າວ, ທ່ານ Huynh Phong Tranh ຫົວຫນ້າ​ອົງການ​ກວດກາ​ລັດຖະບານ​ໃຫ້​ຮູ້​ວ່າ: ພາຍຫລັງ 4 ​ເດືອນ​ແຫ່ງ​ການ​ຜັນ​ຂະຫຍາຍ, ມີ 500 ກໍລະນີ​ຮ້ອງທຸກ, ກ່າວ​ຟ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ບັນລຸ​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ໝາກຜົນ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງຫນ້າ​ເຖິງ​ສະພາບ​ຮ້ອງທຸກ, ກ່າວ​ຟ້ອງ​ໃນ​ທົ່ວ​ປະ​ເທດ. ນັບ​ແຕ່​ນີ້ ຮອດ​ທ້າຍ​ປີ, ອົງການ​ກວດກາ​ລັດຖະບານ ສືບ​ຕໍ່​ສຸມ​ໃສ່​ສຳ​ຫລວດ​ກວດກາ​ບັນດາ​ກໍລະນີ​ທີ່​ຍັງ​ເຫລືອ, ສູ້​ຊົນ​ສຳ​ເລັດ​ວິວັດ​ການ​ກວດກາ, ສຳ​ຫລວດ​ກວດກາ ​ແລະ ມີ​ວິທີ​ການ​ແກ້​ໄຂ​ກໍລະນີ​ຮ້ອງທຸກ, ກ່າວ​ຟ້ອງ​ທີ່ຍັງ​ຄົງ​ຄ້າງ, ສັບສົນ​ກ່ອນ​ວັນ​ທີ 31/10/2012.

 

 

ຕອບກັບ

ຂ່າວ/ບົດ​ອື່ນ