ອົງການກວດກາລັດຖະບານຫວຽດນາມແລະລາວເພີ່ມທະວີການຮ່ວມມື

ອົງການກວດກາລັດຖະບານຫວຽດນາມແລະລາວເພີ່ມທະວີການຮ່ວມມື - ảnh 1
ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ ບຸນ​ທອງ ຈິດ​ມະນີ, ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ, ຫົວໜ້າ​ຄະນະ​ປ້ອງ​ກັນ, ຕ້ານ​ການສໍ້​ລາດ​ບັງ​ຫຼວງ​ສູນ​ກາງ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ ຟານ​ວັນ​ເສົ໋າ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ອົງການ​ກວດກາ​ລັດຖະບານ ລາວ ​ໃນ​ລະຫວ່າງ​ວັນ​ທີ 24-28/11/2016.

        ​ໃນ​ໄລຍະ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຄະນະ​ໄດ້ເຈລະຈາ​ກັບ​ຄະນະ​ກວດກາ​ລັດຖະບານ ລາວ. ສອງ​ຝ່າຍ​ຢືນຢັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ວຽກ​ງານ​ກວດກາ, ​ແກ້​ໄຂ​ການ​ຮ້ອງທຸກ, ຟ້ອງ​ຮ້ອງ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ກໍ່​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ.

ຂ່າວ/ບົດ​ອື່ນ