ອັດກອງປະຊຸມຂັ້ນສູງສປຊກ່ຽວກັບການເພີ່ມທະວີການຮ່ວມມືປະເທດທາງຜ່ານແລະສ້າງຄວາມສະດວກດ້ານການຄ້າ

ອັດກອງປະຊຸມຂັ້ນສູງສປຊກ່ຽວກັບການເພີ່ມທະວີການຮ່ວມມືປະເທດທາງຜ່ານແລະສ້າງຄວາມສະດວກດ້ານການຄ້າ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:ອິ​ນ​ເຕັດ​ແນັດ

(vovworld)- ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ, ວັນ​ທີ 9/3 ຢູ່ ຮ່າ​ໂນ້ຍ, ກອງ​ປະ​ຊຸມ​ຂັ້ນ​ສູງ ສ​ປ​ຊ ພາກ​ພື້ນ ອາ​ຊີ ເອີ​ລົບ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ເທດ​ທາງ​ຜ່ານ,​ສ້າງ​ຄວາມ​ສະ​ດວກ​ດ້ານກ​ານ​ຄ້າ​ ແລະ ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ສິ້ນ​ສຸດ​ຢ່າງສຳ​ເລັດ​ຜົນ. ທີ່ກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ​ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທ​ດ​ພວມ​ພັດ​ທະ​ນາບໍ່​ມີ​ທະ​ເລ ແລະ ປະ​ເທດ​ທາງ​ຜ່ານ​ພາກ​ພື້ນ ອາ​ຊີ ເອີ​ລົບ ພ້ອມ​ກັບ​ຮຽກ​ຮ້ອງ​ການ​ຮ່ວມ​ມືກວ່າ​ອີກ ເພື່ອ​ແນ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຫລັກ​ແຫລ່ງ, ຫັນ​ການ​ຄ້າ​ເປັນ​ສະ​ດວກ ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​, ທ່ານ Gyan Chandra Acharya, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ເນັ້ນ​ຫນັກ​ວ່າ: ກອງ​ປະ​ຊຸມ​ແມ່ນ​ໂອ​ກາດ​ເພື່ອ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ຫາ​ທາງ​ຜ່ານ, ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ ແລະ ການ​ຮ່ວມ​ມື​ພາກ​ພື້ນ, ບັນ​ດາ​ບັນ​ຫາ​ສຳ​ຄັນ​ສຳ​ລັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອ​ງ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ ແລະ ປະ​ເທດ​ທາງ​ຜ່ານ​ໃນ​ຂອບ​ເຂດ​ໂຄງ​ການ​ດຳ​ເນີນ​ງານ 2030. ທ່ານ Gyan Chandra Acharya ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ມີ​ທິດ​ທາງ​ຈະ​ແຈ້ງ​ໃນ​ອະ​ນາ​ຄົດ ແລະ ສານ​ຢູ່​ທີ່ນີ້ນັ້ນ​ແມ່ນ ພວກ​ເຮົາ​ອາດ​ຈະ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້າ​ນ​ເສດ​ຖະ​ກິດ​ຂອງ​ຕົນ​ກວ່າ​ອີກ​ຜ່ານ​ບັນ​ດາ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງ​ບັນ​ດາ​ພາກ​ພື້ນ. ບັນ​ດາ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ​ກໍ​ຄື​ບັນ​ດາ​ປະ​ເທດ​ທາງ​ຜ່ານນັ້ນ​ແມ່ນ ການ​ລົງ​ທຶນ, ເຕັກ​ໂນ​ໂລ​ຊີ, ການ​ຄ້າ ກໍ​ຄື​ການ​ສ້າງ​ກຳ​ລັງ​ຄວາ​ມ​ສາ​ມາດ. ຂ້າ​ພະ​ເຈົ້າ​ຖື​ວ່ານັ້ນ​ແມ່ນ​ບັນ​ດາ​ສານ​ຢ່າ​ງ​ແຮງ​ທີ່​ບັນ​ລຸ​ໄດ້​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້.”

ສິ້ນ​ສຸດກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ຕີ​ລາ​ຄາ​ສູງ​ເລື່ອງ​ປະ​ເທດ​ເຈົ້າ​ພາບ​ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ສົມ​ທົບ​ກັບ​ອົງ​ການ​ຜູ້​ຕາງ​ຫນ້າ​ຂັ້ນ​ສູງ​ຂອງ ສ​ປ​ຊ ເພື່ອ​ສ້າງ​ເນື້ອ​ໃນ ແລະ ໂຄງ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ​ຢ່າງ​ເໝ​າ​ະ​ສົມກັບ​ສະ​ພາບ​ການ​ບັນ​ດາ​ປະ​ເທດບໍ່​ມີ​ທະ​ເລ ແລະ ປະ​ເທດ​ທາງ​ຜ່ານ.


ຕອບກັບ

ຂ່າວ/ບົດ​ອື່ນ