ອັດ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ທົ່ວ​ໂລກ ຄັ້ງ​ທີ 9

(VOVWORLD) - ກອງປະຊຸມສະມາຊິກລັດຖະສະພາໜຸ່ມ ທົ່ວໂລກຄັ້ງທີ 9 ໄດ້ອັດລົງໃນຕອນບ່າຍວັນທີ 16 ກັນຍາ ຢູ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ) ພາຍຫຼັງການເຮັດວຽກມາເປັນເວລາ ສອງວັນ



ອັດ​ກອງ​ປະ​ຊຸມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໜຸ່ມ ທົ່ວ​ໂລກ ຄັ້ງ​ທີ 9 - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ກອງປະຊຸມສະມາຊິກລັດຖະສະພາໜຸ່ມ ທົ່ວໂລກຄັ້ງທີ 9 ໄດ້ອັດລົງໃນຕອນບ່າຍວັນທີ 16 ກັນຍາ ຢູ່ສູນປະຊຸມແຫ່ງຊາດ (ຮ່າໂນ້ຍ) ພາຍຫຼັງການເຮັດວຽກມາເປັນເວລາ ສອງວັນ

ກ່າວຄຳເຫັນທີ່ພີທີອັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຜົນສຳເລັດຂອງກອງປະຊຸມສະແດງໃຫ້ເຫັນວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ສືບຕໍ່ຢັ້ງຢືນໄດ້ລະດັບຄວາມສຳຄັນຂອງສະມາຊິກລັດຖະສະພາໜຸ່ມເວົ້າສະເພາະ, ໄວໜຸ່ມເວົ້າລວມ, ໃນການເຂົ້າຮ່ວມປະຕິບັດບັນດາເປົ້າໝາຍ, ໜ້າທີ່ຂອງສະຫະພັນລັດຖະສະພາທົ່ວໂລກ (IPU) ແລະ ສປຊ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

ຂ້າພະເຈົ້າສະເໜີຄະນະເລຂາ IPU ແລະ ບັນດາລັດຖະສະພາ ປະເທດ ສະມາຊິກ IPU ແຜ່ຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງນີ້ໄປຍັງກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ທີ່ຈະດຳເນີນໃນວັນທີ 18 – 19 ກັນຍາ ຢູ່ ນິວຢອກ. ຜ່ານນັ້ນເຊີດຊູບົດບາດ ແລະ ຢັ້ງຢືນຄຳໝັ້ນສັນຍາ, ການເຄື່ອນໄຫວ ຂອງ IPU ແລະ ບັນດາສະມາຊິກລັດຖະສະພາໜຸ່ມເວົ້າສະເພາະ ໃນຄວາມມານະພະຍາຍາມລວມຂອງທົ່ວໂລກ ເພື່ອແນໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ