ອັດກອງປະຊຸມໃຫຍ່ຄັ້ງທີ5ສະຫະພັນບັນດາອົງການມິດຕະພາບຫວຽດນາມ

ອັດກອງປະຊຸມໃຫຍ່ຄັ້ງທີ5ສະຫະພັນບັນດາອົງການມິດຕະພາບຫວຽດນາມ - ảnh 1
ອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 5 ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ
(ພາບປະກອບ)


(vovworld) - ທີ່ວາລະ​ປະຊຸມ​ທຳ​ອິດ​ຂອງ​ຄະນະ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ອາຍຸ​ການ 2013 – 2018, ​ເຊິ່ງຈັດ​ຕັ້ງ​ຂຶ້ນໃນ​ວັນ​ທີ 30/12, ບັນດາ​ກຳມະການ​​ໃນຄະນະ​ປະທານ​ໄດ້​ເລືອກ​ຕັ້ງກຳມະ​ການ​​ໃນຄະນະ​ປະຈຳ 23 ທ່ານ ​ແລະ ບັນດາ​ຕຳ​ແໜ່​ງຫຼັກ​ແຫຼ່ງຂອງ​ສະຫະພັນ. ທ່ານ ຫວູຊວນ​ຮົ່ງ, ​ສືບ​ຕໍ່ໄດ້​ຮັບ​ການ​ເລືອກຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງປະທານ​ສະຫະພັນ, ທ່ານ ດົນ​ຕ໋ວນຟອງ, ດຳລົງ​ຕຳ​ແໜ່​ງຮອງ​ປະທານທັງ​ເປັນ​ເລຂາທິການ​ໃຫຍ່ສະຫະພັນ.

    ກ່າວ​ຄຳ​ເຫັນ​ອັດ​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຫວູຊວນ​ຮົ່ງ ​ເນັ້ນ​ໜັກ​ວ່າ:

    “ໜ້າ​ທີ່​ ແລະ​ ພາລະກິດຂອງ​ສະຫະພັນແມ່ນ​ເພີ່ມ​ທະວີ​ເຄືອ​ຂ່າຍ​ປະ​ເທດເພື່ອນ​ມິດສາ​ກົນ​ຂອງ ຫວຽດນາມ ຢູ່​ບັນດາ​ປະ​ເທດ ​ແລະ ບັນດາ​ທະວີບ. ​ເຊື່ອມຕໍ່​ເພື່ອນ​ມິດ, ​ໃຫ້​ຂ່າວ​ເຖິງ​ເພື່ອນ​ມິດ ​ແລະ ປະຕິບັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ຫວຽດນາມ ກັບ​ປະຊາຊົນ​ບັນດາ​ປະ​ເທດ​ເພື່ອ​ເພີ່ມ​ທະວີ​​ພື້ນຖານ​ມະຫາຊົນໃຫ້​ແກ່​ການ​ພົວພັນລະຫວ່າງ ຫວຽດນາມ​ກັບບັນດາ​ປະ​ເທດ​ໃນ​ໂລກ.”

 

 

ຂ່າວ/ບົດ​ອື່ນ