ອັດງານ Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019

(VOVWORLD) -ພາຍຫຼັງຈັດຕັ້ງມາເປັນເວລາ 5 ວັນ, Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019 ໄດ້ອັດລົງໃນຕອນຄ່ຳວັນທີ 24 ທັນວາ.

ອັດງານ Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019 - ảnh 1Festival ດອກໄມ້ ດ່າລາດ ຄັ້ງທີ 8 ປີ 2019 ໄດ້ອັດລົງໃນຕອນຄ່ຳວັນທີ 24 ທັນວາ

(ພາບປະກອບ: TTXVN)

ດ້ວຍຫົວຂໍ້ວ່າ “ດ່າລາດ ແລະ ດອກໄມ້”, Festival ດອກໄມ້ ດ່າລາດ ຄັ້ງທີ 8 ລວມມີການເຄື່ອນໄຫວຕົ້ນຕໍ 12 ລາຍການ ແລະ 30 ລາຍການອື່ນອີກເຊິ່ງໄດ້ດຳເນີນຢູ່ນະຄອນດ່າລາດ ແລະ ບ໋າວລົກ, ແຂວງ ເລິ່ມດົ່ງ, ອັນໄດ້ດຶງດູດປະຊາຊົນຢູ່ທ້ອງຖິ່ນເປັນຈຳນວນຫຼວງຫຼາຍ ແລະ ນັກທ່ອງທ່ຽວກວ່າ 250.000 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 20.000 ເທື່ອຄົນ. ທ່ານ ໂຕນທ້ຽນຊານ, ປະທານຄະນະກຳມະການປະຊາຊົນນະຄອນດ່າລາດ, ຢືນຢັນວ່າ: ຜ່ານການຈັດຕັ້ງມາເປັນ 8 ຄັ້ງ, Festival ດອກໄມ້ ດ່າລາດ ໄດ້ກາຍເປັນເຫດການພົ້ນເດັ່ນ, ເປັນເອກະລັກສະເພາະຂອງນະຄອນດ່າລາດ, ໄດ້ປະກອບສ່ວນຊຸກຍູ້ການພັດທະນາດ້ານກະສິກຳ ແລະ ການທ່ອງທ່ຽວຢູ່ເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ