ອັດວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຕອນບ່າຍວັນທີ 07 ກຸມພາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດໄດ້ອັດລົງ.
ອັດວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1 ອັດວາລະປະຊຸມເທື່ອທີ 21 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)

ກ່ອນທີ່ຈະອັດວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາເລື່ອງໃຫ້ສັດຕະຍາບັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ໄປປະຈຳຢູ່ບາງປະເທດອາຍຸການ 2018 – 2021; ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກາຍຍະກຳ, ກິລາ.

        ກ່າວຄຳເຫັນສິ້ນສຸດການປຶກສາຫາລືກ່ຽວກັບເນື້ອໃນນີ້, ທ່ານນາງຮອງປະທານສະພາແຫ່ງຊາດຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ ກິລາກາຍຍະກຳ ແມ່ນຂົງເຂດທີ່ກ່ຽວຂ້ອງເຖິງບັນຫາມະນຸດ ແລະ ບັນດາຂົງເຂດອື່ນໆ ຄືບັນຫາວັດທະນະທຳ, ປະຫວັດສາດ, ກ່ຽວກັບຮູບພາບປະເທດ, ຊາວ ຫວຽດນາມ…ເພາະສະນັ້ນ, ເລື່ອງປັບປຸງ, ເພີ່ມເຕີມ, ຮັບເອົາຄຳເຫັນ, ສ້າງຮ່າງກົດໝາຍ ຕ້ອງລະມັດລະວັງທີ່ສຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ