ອົດສະຕາລີ ສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາກະສິກຳ

(VOVWORLD) - ດ້ວຍຄວາມຊຳນານງານໃນການຄົ້ນຄ້ວາ ແລະ ຜະລິດກະສິກຳ, ອົດສະຕາລີ ຈະສືບຕໍ່ແບ່ງປັນກັບບັນດາຄູ່ຮ່ວມມື ຫວຽດນາມ ບັນດາບົດຮຽນ ໃນການຜະລິດ

ອົດສະຕາລີ ສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາກະສິກຳ - ảnh 1 ຮອງລັດຖະມົນຕີກະຊວງກະສິກຳ ຫວຽດນາມ ເລກວກແຢງ ກ່າວຄຳເຫັນໄຂງານບຸນ

(ພາບ: Vũ Sinh - TTXVN)

ວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ສົມທົບກັບສູນຄົ້ນຄ້ວາກະສິກຳສາກົນ ອົດສະຕາລີ (ACIAR) ຈັດຕັ້ງງານຕະຫຼາດນັດ - ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສູນ ACIAR ຢູ່ ຫວຽດນາມ (1993 – 2018). ມີຫຼາຍປະເພດສິນຄ້າຜະລິດຕະພັນກະເສດຂອງບັນດາໂຄງການຮ່ວມມືກ່ຽວກັບກະສິກຳລະຫວ່າງ 2 ປະເທດ ໄດ້ນຳມາວາງສະແດງທີ່ງານຕະຫຼາດນັດ, ດຶງດູດຄວາມສົນໃຈຂອງປະຊາຊົນ 2 ປະເທດເປັນຈຳນວນຫຼວງຫຼາຍ.

        ກ່າວຄຳເຫັນນະທີ່ນີ້, ສາດສະດາຈານ Andrew Campbell, ຜູ້ອຳນວຍການຝ່າຍບໍລິຫານສູນ ACIAR ໃຫ້ຮູ້ວ່າ: ດ້ວຍຄວາມຊຳນານງານໃນການຄົ້ນຄ້ວາ ແລະ ຜະລິດກະສິກຳ, ອົດສະຕາລີ ຈະສືບຕໍ່ແບ່ງປັນກັບບັນດາຄູ່ຮ່ວມມື ຫວຽດນາມ ບັນດາບົດຮຽນ ໃນການຜະລິດ, ໂຄສະນາບັນດາຜະລິດຕະພັນປູກຝັງ, ສັດລ້ຽງ; ຄວບຄຸມຄຸນນະພາບ ແລະ ຫຼັກອະນາໄມດ້ານສະບຽງອາຫານ; ບັນດາມາດຕະການປະຢັດນ້ຳ, ຄຸ້ມຄອງປ່າ ແລະ ລ້ຽງປູກສິນໃນນ້ຳ.

        ໃນຕະຫຼອດ 25 ປີຜ່ານມາ, ລັດຖະບານ ອົດສະຕາລີ ໄດ້ລົງທຶນ 100 ລ້ານ AUD (ໂດລາອົດສະຕາລີ) ໃຫ້ແກ່ 170 ໂຄງການຄົ້ນຄ້ວາຢູ່ ຫວຽດນາມ. ຈາກບັນດາໂຄງການນີ້, ອົດສະຕາລີ ໄດ້ປະກອບສ່ວນພໍສົມຄວນເຂົ້າໃນການຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານຄົ້ນຄ້ວາຂອງ ຫວຽດນາມ ຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ