ອົດ​ສະ​ຕາ​ລີ ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ຫ້າມ​ເດັກ​ນ້ອຍ​ມີ​ອາ​ຍຸ​​ຕ່ຳ​ກວ່າ 16 ປີ ນຳ​ໃຊ້​ສື່​ສັງ​ຄົມ​ອອນ​ໄລ​

(VOVWORLD) -        ວັນທີ 10 ທັນວາ, ອົດສະຕາລີ ໄດ້ກາຍເປັນປະເທດທຳອິດໃນໂລກ ທີ່ຫ້າມເດັກນ້ອຍນຳໃຊ້ສື່ສັງຄົມອອນໄລຢ່າງເປັນທາງການ. ລັດຖະບານ ອົດສະຕາລີ ຫວັງວ່າ ຂໍ້ຕົກລົງນີ້ຈະຫຼຸດຜ່ອນຜົນກະທົບທີ່ບໍ່ດີຈາກສື່ສັງຄົມອອນໄລຕໍ່ເດັກ.

  ບັນຊີຫຼີ້ນສື່ສັງຄົມອອນໄລຂອງເດັກນ້ອຍນັບແສນຄົນທີ່ມີອາຍຸຕ່ຳກວ່າ 16 ປີຂອງ ອົດສະຕາລີ ໄດ້ຖືກປິດ ເມື່ອກົດໝາຍວ່າດ້ວຍການຈຳກັດອາຍຸນຳໃຊ້ສື່ສັງຄົມອອນໄລມີຜົນສັກສິດຢູ່ປະເທດນີ້. ມີ 10 ສື່ສັງຄົມອອນໄລບັງຄັບຕ້ອງປະຕິບັດຕາມຂໍ້ກຳນົດດັ່ງກ່າວ ລວມມີ Facebook, Instagram, Kick, Reddit, Snapchat, Threads, TikTok, X, YouTube ແລະ Twitch.

        ທ່ານ Anthony Albanese  ນາຍົກລັດຖະມົນຕີ ອົດສະຕາລີ ຢັ້ງຢືນວ່າ ຂໍ້ກຳນົດໃໝ່ນີ້ຈະຊ່ວຍໃຫ້ພວກເດັກໄດ້ພັດທະນາໃນສະພາບແວດລ້ອມທີ່ປອດໄພກວ່າ ແລະ ມີເວລາເພື່ອພັດທະນາບັນດາທັກສະດຳລົງຊີວິດ, ພົບປະສື່ສານແບບເຊິ່ງໜ້າກັບໝູ່ເພື່ອນ ແລະ ຄອບຄົວ.

        ນັບແຕ່ຕອນເຊົ້າວັນທີ 10 ທັນວາ, ເດັກທີ່ມີອາຍຸຕ່ຳກວ່າ 16 ປີ ໄດ້ຮັບແຈ້ງການປິດບັນຊີຈາກບັນດາສື່ສັງຄົມອອນໄລ ແລະ ກໍ່ບໍ່ສາມາດສ້າງບັນຊີໃໝ່ໄດ້.

ນັກຂ່າວ VOV ປະຈຳ ອົດສະຕາລີ


ຕອບກັບ

ຂ່າວ/ບົດ​ອື່ນ