ອິດສະຣາແອນ ແລະ ປາແລດສຕິນ ຈະເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ໃນອາທິດໜ້າ

ອິດສະຣາແອນ ແລະ ປາແລດສຕິນ ຈະເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່ໃນອາທິດໜ້າ  - ảnh 1
ການເຈລະຈາລະຫວ່າງອິດສະຣາ​ແອນ ​ແລະ ປ​​າແລດ​ສຕິນ ຢູ່ອາເມລິກາ  (ພາບ : Reuters)

Vovworld- ວັນ​ທີ 8/8, ກະຊວງການຕ່າງປະເທດອາເມລິກາໄດ້ຖະແຫຼງວ່າ ບັນດາການເຈລະຈາກ່ຽວກັບ ສັນຕິພາບຢູ່ຕາເວັນອອກກາງຈະຖືກເຊື່ອມຕໍ່ຄືນ ໃໝ່​ໃນອາທິດ​ໜ້າ ​ແລະ ຈະ​ຖື​ກສືບ​ຕໍ່​ດຳ​ເນີນ​ດ້ວຍ​ກອງ​ປະຊຸມ​ອື່ນ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ບັນດາການເຈລະຈາຄັ້ງ​ຫຼ້າ​ສຸດ​ນີ້ ຖືກ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ 7 ທີ່​ຜ່ານ​ມາຢູ່​ອາ​ເມ​ລິ​ກາ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ພາຍຫຼັງ​ຖືກ​ຢຸດ​ສະ​ງັກມາ​ເປັນ​ເວລາ​ເກືອບ 3 ປີ. ສິ້ນ​ສຸດ​ການ​ເຈລະຈາ​ຄັ້ງ​ທຳ​ອິດ, ທ່ານ Tzipi Livni ລັດຖະມົນຕີ ທັງ​ເປັນ​ຫົວໜ້າ​ຄະນະ​ນັກ​ເຈລະຈາ​ ອິດສະຣາ​ແອນ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ ຈັດ​ຕັ້ງ​ບັນດາ​ການ​ປຶກສາ​ຫາລື​ໂດຍ​ຜັດປ່ຽນ​ຢູ່ ອິດສະຣາ​ແອນ ​ແລະ​ ບັນດາ​ເຂດ​ດິນແດນ​ໂດຍ​ພາຍ​​ໃຕ້​ການ​ຄວບ​ຄຸມ​ຂອງ​ອຳນາດ​ການ​ປົກຄອງ ປ​​າແລດ​ສຕິນ.

    ຄຳ​ປະກາດ​ຂອງກະຊວງການຕ່າງປະເທດອາເມລິກາ ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ການ​ທີ່ ອິດສະຣາ​ແອນ ຫາ​ກໍ​ອະນຸມັດ​ຜ່ານ​ການ​ກໍ່ສ້າງ​ເຮືອນກ່ວາ 800 ຫຼັງ​ຢູ່​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ​ຊາວ​ຢິວຢູ່ ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ກ່ຽວ​ຂ້ອງ​ເຖິງ​ບັນຫາ​ດັ່ງກ່າວ, ອາ​ເມ​ລິ​ກາ ຢືນຢັນ​ວ່າ ອາ​ເມ​ລິ​ກາ ບໍ່​ຍອມຮັບ​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ ​ແລະ ຄັດຄ້ານ​ທຸກ​ຂໍ້ລິ​ເລີ່​ມ ​ແນ​ໃສ່​ຫັນ​ເຮືອນ​ຫຼັງ​ຕ່າງໆ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢ່າງ​ຜິດ​ກົດໝາຍ​ໃຫ້​ເປັນ ຖືກຕ້ອງ​ຕາມ​ກົດໝາຍ.
ຂ່າວ/ບົດ​ອື່ນ