ອິດ​​ສະ​ຣາ​ແອັນ ແລະ ອີ​ຣານ ສືບ​ຕໍ່​ການ​ປະ​ທະ​ກັນ

(VOVWORLD) - ໃນຊຸມວັນທີ່ຜ່ານມາ,  ອີຣານ ໄດ້ດຳເນີນ 2 ບັ້ນບຸກໂຈມຕີລູກສອນໄຟນຳວິຖີ ພ້ອມກັບຫຼາຍບັ້ນບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບເລັ່ງໃສ່ ອິດສະຣາແອັນ...

   ວັນທີ 20 ມິຖຸນາ, ທ່ານ Rafael Grossi ຜູ້ອຳນວຍການໃຫ່ຍອົງການປະລະມານູສາກົນ (IAEA) ໄດ້ກ່າວເຕືອນໃນການປະຊຸມ ຂອງສະພາຄວາມໝັນຄົງ ສປຊ ວ່າ ການບຸກໂຈມຕີຂອງ ອິດສະຣາແອັນ ເລັ່ງໃສ່ຮາກຖ!ນນິວເຄຼຍຂອງ ອີຣານ ອາດຈະເຮັດໃຫ້ແຜ່ກະຈາຍທາດກຳມັນຕະພາບລັງສີ ກໍ່ໃຫ້ເກີດວິນາດຕະກຳນິວເຄຼຍທີ່ອັນຕະລາຍໃນທົ່ວພາກພື້ນ. ຄຳກ່າວເຕືອນນີ້ໄດ້ຍົກອອກມາ ໃນສະພາບການທີ່ ອິດສະຣາແອັນ ແລະ ອີຣານ ກ້າວເຂົ້າສູ່ວັນປະທະກັນຢ່າງດຸເດືອດທີ 8 ຢ່າງລຽນຕິດ. ທ່ານ Grossi ເນັ້ນໜັກວ່າ ໃນກໍລະນີ ອິດສະຣາແອັນ ບຸກໂຈມຈີໂຮງຈັກໄຟຟ້ານິວເຄຼຍ Bushehr ຂອງ ອີຣານ, ທາດກຳມັນຕະພາບລັງສີນິວເຄຼຍມີໄພແຜ່ຈະຈາຍແມ່ນສູງທີ່ສຸດ.

     ໃນຊຸມວັນທີ່ຜ່ານມາ,  ອີຣານ ໄດ້ດຳເນີນ 2 ບັ້ນບຸກໂຈມຕີລູກສອນໄຟນຳວິຖີ ພ້ອມກັບຫຼາຍບັ້ນບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບເລັ່ງໃສ່ ອິດສະຣາແອັນ ຊື່ງໄດ້ກໍ່ຄວາມເສັຍຫາຍຢ່າງໜັກໜ່ວງໃຫ້້ແກ່ບັນດາຮາກຖານຍຸດທະສາດຢູ່ເຂດ Tel Aviv, Haifa ແລະ Beersheba.

ຕອບກັບ

ຂ່າວ/ບົດ​ອື່ນ