ອິດສະຣາແອນສືບຕໍ່ ບຸກໂຈມຕີທາງອາກາດ ເຂົ້າເຂດກາຊາ


ອິດສະຣາແອນສືບຕໍ່ ບຸກໂຈມຕີທາງອາກາດ ເຂົ້າເຂດກາຊາ - ảnh 1

(ພາບ: AFP/ TTXVN)

(vovworld)- ​ໂດຍ​ບໍ່​ຫົວຊາ​ຕໍ່​ກຳລັງ​ດັນ​ຂອງ​ປະຊາ​ຄົມ​ໂລກ, ວັນ​ທີ 11/7, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ປະກາດ​ຈະ​ສືບ​ຕໍ່​ບັ້ນບຸກ​ໂຈມ​ຕີ​ການ​ທະຫານ​ເຂົ້າ​ເຂດ​ກາຊາ ຈົນ​ເຖິງ​ເວລາ​ບັນລຸ​ໄດ້​ຈຸດໝາຍ​ຢຸດຕິ​ການ​ຍິງ​ລູກ​ຈະ​ຫຼວດ​ເຂົ້າ​ເຂດ​ດິນ​ແດນອິດສະຣາ​ແອນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່ Tel Aviv, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ​ໃຫ້​ຮູ້​ວ່າ: ອິດສະຣາ​ແອນ ບໍ່​ປັດ​ເຂ່ຍຄວາມ​ສາມາດ​ຈະ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ເປັນ​ບັ້ນຮົບ​ທາງບົກ​ຢູ່​ເຂດ​ກາຊາ, ​ແທນ​ໃຫ້ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເປັນຕົ້ນຕໍຄື​ໃນ​ປະຈຸ​ບັນ. ​ໃນ​ຂະນະ​ທີ່​ສະພາບ​ການ​ສູ້​ຮົບ​ຢູ່​ເຂດ​ກາຊາ ​ພວມ​ມີ​ທ່າ​ອ່ຽງປິນຂັ້ນ​ໄດ​ທີ່​ອັນຕະລາຍ, ສະພາ​ຕ່ຳ​ອາ​ເມ​ລິ​ກາ​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ​ມະຕິ​ສະໜັບສະໜູນ “ສິດ​ປ້ອງ​ກັນ​ຕົວ​ເອງ“ ຂອງອິດສະຣາ​ແອນ ​ໃນ​ບັ້ນບຸກ​ໂຈມ​ຕີ​ທາງ​ອາກາດ​ແນ​ໃສ່​ຮາ​ມາດ. ມະຕິຖື​ວ່າ​ອາ​ເມ​ລິ​ກາ ຕ້ອງ​ສະ​ຫນັບ​ສະ​ໜູນ ອິດສະຣາ​ແອນ ຕ້ານ​ຄືນ​ບັນດາ​ມື​ປືນ​ຮາ​ມາດ./.

ຂ່າວ/ບົດ​ອື່ນ