ອັດເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານແລະສື່ສານຫວຽດນາມ

ອັດເວທີປາໄສຂັ້ນສູງເຕັກໂນໂລຢີຂໍ້ມູນຂ່າວສານແລະສື່ສານຫວຽດນາມ - ảnh 1
ທ່ານ ເຈືອງ​ຢາບ​ິ່ງ, ປະ​ທານ​ສະ​ມາ​ຄົມ​ຊອບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ
(ພາບ: baomoi.com)

(vovworld) - ເວ​ທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ສື່​ສານ ຫວຽດ​ນາມ (Vietnam ICT Summit 2016) ຖື​ກ​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທ​ີ 24/9 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ບັນ​ລຸ​ຜົນ​ສ​ຳ​ເລັດ​ແຕ່​ຕົ້​ນ​ປີ​ມານີ້. ທ່ານ ເຈືອງ​ຢາບ​ິ່ງ, ປະ​ທານ​ສະ​ມາ​ຄົມ​ຊອບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ (VINASA) ໄດ້​ຢັ້ງ​ຢືນ​ວ່າ: ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ການ​ປະ​ຕິ​ວັດ​ດີ​ຈີ​ຕອນ​ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ບື່ນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ທັນ​ສະ​ໄໝ. ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ ໄດ້​ຈັດ​ຕັ້ງການ​ໂອ້​ລົ​ມ​ສົນ​ທະ​ນາ 4 ຄັ້ງ​ດ້ວຍ​ບັນ​ດາ​ເນື້ອ​ໃນ​ພວມ​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່​ຂອງ​ສັງ​ຄົມ.

        ນີ້​ແມ່ນ​ປີ​ທີ 6, ເວ​ທີ​ປາ​ໄສ​ຂັ້ນ​ສູງ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ສື່​ສານ ຫວຽດ​ນາມ ໄດ້​ຮັບ​ການ​ຈັດ​ຕັ້ງ. ດ້ວຍ​ຫົວ​ຂໍ້​ວ່າ “ການ​ປະ​ຕິ​ວັດ​ດີ​ຈີ​ຕອນ - ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ”, ເວ​ທີ​ປາ​ໄສ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຊີ້​ນ​ຳ​ຂອງ​ການ​ນຳ​ຂັ້ນ​ສູງຫຼາຍ​ທ່ານ ແລະ ການ​ເຂົ້າ​ຮ່ວມ​ຂອງ​ຜ​ູ້​ແທນ​ກ່​ວາ 550 ທ່ານ ດ້ວຍ​ບັນ​ດາ​ຄວາມ​ເຫັນ​ປະ​ກອບ​ທີ່​ສຸດ​ຈິດ​ສຸດ​ໃຈ, ແທ​ດ​ຈິງ.


ຂ່າວ/ບົດ​ອື່ນ