ອີ​ຕ​າ​ລີ ຮຽກ​ຮ້ອງ​ໃຫ້ EU ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) - ວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ອີຕາລີ Giogia Meloni ກ່າວເຕືອນວ່າ ອະນາຄົດລວມຂອງ ສະຫະພາບເອີຣົບ (ອີຢູ) ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍອັນໃຫຍ່ຫຼວງ ເມື່ອຈຳນວນຊາວອົບພະຍົບເຄື່ອນຍ້າຍໄປຍັງເກາະ ເມດີເຕຣາເນຍ Lampedusa ຂອງປະເທດນີ້ ນັບມື້ນັບຫຼາຍຂຶ້ນ.
ອີ​ຕ​າ​ລີ ຮຽກ​ຮ້ອງ​ໃຫ້  EU ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ - ảnh 1ຊາວອົບພະຍົບ ຢູ່ເກາະ Lampedusa, ອີຕາລີ ໃນວັນທີ 14 ກັນຍາ (ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວກັບທ່ານປະທານຄະນະກຳມະການເອີຣົບ (EC) ນາງ Ursula von der Leyen ໃນການເດີນທາງໄປສຳຫຼວດລວມຢູ່ເກາະ Lampedusa, ທ່ານນາຍົກລັດຖະມົນຕີ  Giorgia Meloni ຖືວ່າ ບັນດາປະເທດ ອີຢູ ຕ້ອງສົມທົບກັນເພື່ອຮັບມືກັບບັນດາສິ່ງທ້າທາຍລວມ ຈາກກະແສຟອງຊາວອົບພະຍົບ ທີ່ນັບມື້ນັບເກີນຂອບເຂດການຄວບຄຸມ. ບັນຫາດັ່ງກ່າວ ພວມນາບຂູ່ເຖິງອະນາຄົດ ເຊິ່ງ ອີຢູ ມຸ່ງໄປເຖິງ, ເຊິ່ງເປັນອະນາຄົດທີ່ຂຶ້ນກັບຄວາມສາມາດຂອງທັງກຸ່ມ ໃນການຮັບມືກັບບັນດາສິ່ງທ້າທາຍໃຫຍ່.

        ສ່ວນທ່ານນາງ von der Leyen ຖືວ່າ ກະແສຟອງຊາວອົບພະຍົບຜິດກົດໝາຍ ແມ່ນສິ່ງທ້າທາຍຂອງທົ່ວທະວີບເອີຣົບ, ສະນັ້ນ ຕ້ອງມີວິທີຮັບມືລວມຂອງທັງກຸ່ມ. ທ່ານນາງກໍຮຽກຮ້ອງໃຫ້ບັນດາປະເທດສະມາຊິກອື່ນຂອງ ອີຢູ ເຂົ້າເຖິງກັບຊາວອົບພະຍົບເພື່ອແບ່ງປັນຄວາມຮັບຜິດຊອບກັບ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ