ອິນ​ໂດ​ເນ​ເຊຍ​ ໄດ້​ຮັ​ບ​​ຕຳ​ແໜ່ງ​ເປັນ​ປະ​ທານ G20 ປີ 2022

(VOVWORLD) -ວັນທີ 31 ຕຸລາ, ປະເທດ ອິນໂດເນເຊຍ ໄດ້ຮັບຕຳແໜ່ງເປັນປະທານ ກຸ່ມ 20 ພື້ນຖານເສດຖະກິດອັນດັບໜຶ່ງໃນໂລກ (G20) ຢ່າງເປັນທາງການ ຈາກປະເທດອີຕາລີ.
ອິນ​ໂດ​ເນ​ເຊຍ​ ໄດ້​ຮັ​ບ​​ຕຳ​ແໜ່ງ​ເປັນ​ປະ​ທານ G20 ປີ 2022 - ảnh 1ທ່ານປະທານາທີ່ບໍດີ ອິນໂດເນເຊຍ Joko Widodo (ເບື້ອງຂວາ) ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi (ເບື້ອງຊ້າຍ) ທີ່ກອງປະຊຸມສຸດຍອດ G20 (ພາບ: ExBullentin)

ກ່າວຄຳເຫັນທີ່ພິທີມອບຮັບຕຳແໜ່ງເປັນປະທານ G20 ປີ 2022 ໃນຂອບເຂດກອງປະຊຸມສຸດຍອດ G20 ຈັດຂຶ້ນຢູ່ນະຄອນຫຼວງ ໂຣມ, ທ່ານປະທານາທີ່ບໍດີ ອິນໂດເນເຊຍ Joko Widodo ຖືວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈ, ແຕ່ກໍ່ແມ່ນໜ້າທີ່ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງທີ່ ອິນໂດເນເຊຍ ຕ້ອງປະຕິບັດ. ໃນຕຳແໜ່ງເປັນປະທານ G20 ປີ 2022, ອີນໂດເນເຊຍ ໄດ້ວາງອອກຫົວຂໍ້ຫຼັກແມ່ນ “ພ້ອມກັນຟື້ນຟູ, ຟື້ນຟູຢ່າງແຮງຫວ່າອີກ”. ໃນປີເປັນປະທານ G20 2022, ອີນໂດເນເຊຍ ຈະສືບຕໍ່ຊຸກຍູ້ໂຄງການດຳເນີນງານດ້ານສາທາລະນະສຸກ, ລວມມີການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນອກຈາກ ສຸມໃສ່ທາງດ້ານສາທາລະນະສຸກ ແລະ ຟື້ນຟູພື້ນຖານເສດຖະກິດສາກົນແລ້ວ, ອິນໂດເນເຊຍ ຄາດວ່າ ຍັງສູມໃສ່ບັນຫາ ການປ່ຽນແປງຂອງດິນຟ້າອາກາດ; ການພັດທະນາແບບຍືນຍົງ, ໃນນັ້ນມີວຽກງານ ຫັນປ່ຽນການນຳໃຊ້ພະລັງງານສະອາດ ທີ່ມີຄວາມສາມາດຜະລິດຄືນໃໝ່ໄດ້. ອາຍຸການເປັນປະທານ G20 ຂອງ ອິນໂດເນເຊຍ ຈະເລີ່ມແຕ່ວັນທີ 1 ທັນວາປີ 2021  ພ້ອມກັບເຫດການທີ່ສຳຄັນທີ່ສຸດ ນັ້ນແມ່ນກອງປະຊຸມສຸດຍອດ G20, ຄາດວ່າຈະຈັດຂຶ້ນຢູ່ບາລີ ໃນເດື່ອນ ພະຈິກ ປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ