ອຸປະຖໍາ 1 ຕື້ ດົ່ງ ​ໃຫ້​ແກ່​ໂຄງການ​ດີ​ເດັ່ນທີ່​ຍາດ​ໄດ້​ລາງວັນ​ຊາວໜຸ່ມຊົນນະບົດ Start up ປະດິດ​ຄິດ​ສ້າງປີ 2020

(VOVWORLD) -ການເສັງ “ໂຄງການ ຊາວໜຸ່ມຊົນນະບົດ Start up  ປະດິດຄິດສ້າງ ປີ 2020” ໂດຍສູນກາງຄະນະຊາວໜຸ່ມ ຄອມມູນິດ ໂຮ່ຈີມິນ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງໄດ້ຮັບການປຸກລະດົມຢ່າງເປັນທາງການນັບແຕ່ວັນທີ 15 ມິຖຸນາ.
ອຸປະຖໍາ 1 ຕື້ ດົ່ງ ​ໃຫ້​ແກ່​ໂຄງການ​ດີ​ເດັ່ນທີ່​ຍາດ​ໄດ້​ລາງວັນ​ຊາວໜຸ່ມຊົນນະບົດ Start up  ປະດິດ​ຄິດ​ສ້າງປີ 2020 - ảnh 1 ການເສັງ “ໂຄງການ ຊາວໜຸ່ມຊົນນະບົດ Start up  ປະດິດຄິດສ້າງ ປີ 2020”ໄດ້ຮັບການປຸກລະດົມຢ່າງເປັນທາງການນັບແຕ່ວັນທີ 15 ມິຖຸນາ (ພາບ: tienphong.vn)

        ເປົ້າໝາຍເຂົ້າຮ່ວມການເສັງດ່ັງກ່າວ ແມ່ນສະມາຊິກຊາວໜຸ່ມ, ໄວໜຸ່ມ ຢູ່ໃນເກນອາຍຸແຕ່ 18 – 35 ປີ, ມີແນວຄວາມຄິດ, ແຜນຮ່າງຜະລິດ, ດໍາເນີນທຸລະກິດກ່ຽວກັບບັນດາຂົງເຂດ: ປູກຝັງ, ລ້ຽງສັດ, ປູກລ້ຽງສິນໃນນໍ້າ, ເຄື່ອງປາຂອງດົງ, ອຸດສາຫະກໍາຮັກສາ, ປຸງແຕ່ງ, ໝູ່ບ້ານອາຊີບ, ອຸປະກອນກະເສດ, ການທ່ອງທ່ຽວພຶກສາສາດ, ການທ່ອງທ່ຽວເຂດຊຸມຊົນ, ເຕັກໂນໂລຢີຂໍ້ມູນຂ່າວສານຮັບໃຊ້ການຜະລິດ ແລະ ຈໍາໜ່າຍຜະລິດຕະພັນກະເສດ.

        ການເສັງດັ່ງກ່າວຈະເລີ່ມແຕ່ເດືອນ ມິຖຸນາ - ຕຸລາ 2020 ໂດຍດໍາເນີນເປັນ 3 ຮອບ. ເວລາຮັບສໍາເນົາເອກະສານບັນດາແນວຄວາມຄິດຂອງໂຄງການ ແມ່ນສົ່ງມາຍັງສູນກາງຄະນະຊາວໜຸ່ມ ຄອມມູນິດໂຮ່ຈີມິນ ກ່ອນວັນທີ 15 ສິງຫາ 2020. ຄາດວ່າ ພິທີມອບລາງວັນຈະຈັດຂຶ້ນໃນເດືອນ ຕຸລາ 2020”.

ຕອບກັບ

ຂ່າວ/ບົດ​ອື່ນ