ອີຢູ ສືບຕໍ່ຈັດກອງປະຊຸມປຶກສາຫາລືມາດຕະການແກ້ໄຂໃຫ້ແກ່ບັນຫາພະລັງງານ

(VOVWORLD) -ອີຢູ ພວມຊັ່ງຊາການຈັດວາງລາຄາເພດານສຳລັບນ້ຳມັນທີ່ນຳເຂົ້າຈາກ ລັດເຊຍ
ອີຢູ ສືບຕໍ່ຈັດກອງປະຊຸມປຶກສາຫາລືມາດຕະການແກ້ໄຂໃຫ້ແກ່ບັນຫາພະລັງງານ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 13 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສ.ເຊັກໂກ Jozef Sikela ແຈ້ງໃຫ້ຊາບວ່າ ໄດ້ຮຽກໂຮມກອງປະຊຸມວິສາມັນຂອງສະພາລັດຖະມົນຕີກະຊວງພະລັງງານທົ່ວກຸ່ມສະຫະພາບ ເອີລົບ (ອີຢູ) ໃນວັນທີ 30 ກັນຍາ ເພື່ອປຶກສາຫາລືກ່ຽວກັບວິກິດການພະລັງງານເຊິ່ງກຸ່ມນີ້ພວມປະເຊີນໜ້າ.

        ຄາດວ່າທີ່ກອງປະຊຸມນີ້, ບັນດາຝ່າຍຈະສຳເລັດການປຶກສາຫາລືເພື່ອບັນລຸຄວາມເຫັນດີກ່ຽວກັບບັນດາມາດຕະການຮີບດ່ວນເຊິ່ງໄດ້ຍົກອອກມາທີ່ກອງປະຊຸມຄັ້ງກ່ອນ. ທີ່ກອງປະຊຸມວິສາມັນກ່ອນໜ້ານັ້ນ ເຊິ່ງດຳເນີນໃນວັນທີ 09 ກັນຍາ ຢູ່ ບຣຸກແຊນ, ລັດຖະມົນຕີກະຊວງພະລັງງານຂອງ 27 ປະເທດສະມາຊິກ ອີຢູ ໄດ້ເຫັນດີຕໍ່ 4 ມາດຕະການຮີບດ່ວນເພື່ອຫຼຸດລາຄາພະລັງງານທີ່ເພີ່ມຂຶ້ນສູງ. ອີຢູ ພວມຊັ່ງຊາການຈັດວາງລາຄາເພດານສຳລັບນ້ຳມັນທີ່ນຳເຂົ້າຈາກ ລັດເຊຍ ແລະ ປະຈຸບັນບັນດາປະເທດ ເອີລົບ ພວມລໍຖ້າຂໍ້ສະເໜີຈາກຄະນະກຳມະການ ເອີລົບ, ອົງການບໍລິຫານ ອີຢູ, ໃນຊຸມມື້ຈະມາເຖິງ, ດ້ວຍຄວາມຫວັງອາດສາມາດອະນຸມັດໃນກາງເດືອນນີ້.

        ຍ້ອນຖືກຜົນສະທ້ອນຈາກວິກິດການຢູ່ ຢູແກຼນ, ລາຄານ້ຳມັນຢູ່ ເອີລົບ ໄດ້ເພີ່ມຂຶ້ນລະດັບສູງສະຖິຕິ ເຊິ່ງໄດ້ແກ່ດຶງການລາຄາໃນຂົງເຂດພະລັງງານເພີ່ມຂຶ້ນສູງຢູ່ລະດັບທີ່ບໍ່ເຄີຍມີມາກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ