ອີຢູ່ ສຳເລັດໂຄງການສິນເຊື່ອເພື່ອຊື້ອາວຸດ
(VOVWORLD) - ເອກະສານຍັງຄົງຕ້ອງການໄດ້ຮັບການຮັບຮອງເອົາຢ່າງເປັນທາງການ ແລະ ຄາດວ່າ ຈະໄດ້ໃຫ້ສັດຕະຍາບັນຈາກບັນດາທ່ານລັດຖະມົນຕີ ໃນການປະຊຸມຢູ່ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 27 ພຶດສະພາ.
ວັນທີ 19 ພຶດສະພາ, ວົງການເຈົ້າຫນ້າທີ່ການທູດ ໃຫ້ຮູ້ວ່າ: ສະຫະພາບເອີລົບ ຫລື EU ໄດ້ສຳເລັດແຜນການຜັນຂະຫຍາຍໂຄງການສິນເຊື່ອລວມ ດ້ວຍມູນຄ່າແມ່ນ 150 ຕື້ ເອີໂຣ ທີ່ສະຫງວນໃຫ້ແກ່ບັນດາປະເທດສະມາຊິກ ເພື່ອແນໃສ່ຟື້ນຟູການປະກອບອາວຸດ ໃນສະພາບການຄວາມໝັ້ນຄົງຂອງພາກພື້ນ ພວມປະເຊີນຫນ້າກັບສິ່ງທ້າທາຍຫລາຍຢ່າງ ພິເສດແມ່ນກ່ຽວຂ້ອງເຖິງການປະທະກັນທ່ີແກ່ຍາວຢູ່ ຢູແກຼນ.
ລະອຽດແມ່ນ ຂໍ້ລິເລີ່ມກູ້ຢືມ ທີ່ມີຊື່ວ່າ SAFE (Security Action for Europe - ຂໍ້ລິເລີ່ມຄວາມໝັ້ນຄົງໃຫ້ແກ່ ເອີລົບ) ໄດ້ຮັບປະກັນ ດ້ວຍແຫລ່ງງົບປະມານສູນກາງຂອງອີຢູ ໂດຍ ຄະນະກຳມະການເອີລົບ EC ສະເຫນີໃນເດືອນມີນາປີນີ້ໃນຄວາມມານະພະຍາຍາມຍູ້ໄວການປັບປຸງກຳລັງຄວາມສາມາດປ້ອງກັນຕົວຂອງກຸ່ມ. ໂຄງການດັ່ງກ່າວແມ່ນສ່ວນຫນຶ່ງໃນບ້ວງມາດຕະການທີ່ກວ້າງກວ່າ ໃນນັ້ນ ມີການຜ່ອນຜັນບັນດາຂໍ້ກຳນົດດ້ານງົບປະມານ ຊື່ງຕາມ ບຣຸກແຊນ ແລ້ວອາດຈະສ້າງເງ່ືອນໄຂເພື່ອລະດົມຈຳນວນເງິນເຖິງ 800 ຕື້ ເອີໂຣ ໃຫ້ແກ່ລາຍຈ່າຍດ້ານປ້ອງກັນຊາດ. ເອກະສານຍັງຄົງຕ້ອງການໄດ້ຮັບການຮັບຮອງເອົາຢ່າງເປັນທາງການ ແລະ ຄາດວ່າ ຈະໄດ້ໃຫ້ສັດຕະຍາບັນຈາກບັນດາທ່ານລັດຖະມົນຕີ ໃນການປະຊຸມຢູ່ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 27 ພຶດສະພາ.