ອີຢູ ເພີ່ມທະວີການກວດກາຂັ້ນຕອນເຂົ້າຮ່ວມສຳລັບບັນດາປະເທດເຂດ ບານກັງ

(VOVWORLD) -ວັນທີ 05 ກຸມພາ, ຄະນະກຳມະການ ເອີຣົບ (EC) ໄດ້ສະເໜີເພີ່ມທະວີການກວດກາຂັ້ນຕອນ ສຳລັບບັນດາປະເທດຢາກເຂົ້າຮ່ວມກຸ່ມ, ໃນການເຈລະຈາກັບ ຝຣັ່ງ ເພື່ອເຮັດໃຫ້ ອານບານີ ແລະ ສ. ມາເຊດວນເໜືອ ມີຄວາມຫວັງຢາກເຂົ້າເປັນສະມາຊິກ ອີຢູ ຄືນໃໝ່.

   ເຊເບຍ ແລະ ມົງເຕເນໂກ ໄດ້ເລີ່ມຕົ້ນວິວັດການເຈລະຈາເຂົ້າຮ່ວມ ແລະ ຈະສືບຕໍ່ໄດ້ຊົມໃຊ້ຕາມຂໍ້ກຳນົດຄືກ່ອນນີ້. ແຕ່ບັນດາປະເທດບ້ານໃກ້ເຮືອນຄຽງທີ່ຢູ່ທາງທິດໃຕ້ຂອງເຂົາເຈົ້າ ອາດຈະຖືກບັງຄັບໃຫ້ເບິ່ງຄືນບາງບັນຫາ ເຊິ່ງບັນດາປະເທດນີ້ ຖືວ່າໄດ້ຮັບການແກ້ໄຂ. ຕາມການສະເໜີໂດຍ EC ຍົກອອກ, ບັນດາການເຈລະຈາ ອາດຈະຖືກຢຸດຕິຊົ່ວຄາວສຳລັບບາງພາກພື້ນໃດໜຶ່ງ…ຫຼື ຖືກໂຈະ.

ຕອບກັບ

ຂ່າວ/ບົດ​ອື່ນ