ອີຢູ ໃຫ້ບຸລິມະສິດປຶກສາຫາລືກ່ຽວກັບບັນດາມາດຕະການໜູນຊ່ວຍຊາວອົບພະຍົບທີ່ມາຈາກ ຢູແກຼນ

(VOVWORLD) -ສ.ເຊັກໂກ ພວມມານະພະຍາຍາມຊຸກຍູ້ເພື່ອໃຫ້ ອີຢູ ຜັນຂະຫຍາຍບ້ວງເງິນພິເສດ ເພື່ອໜູນຊ່ວຍບັນດາປະເທດຮັບຊາວອົບພະຍົບທີ່ມາຈາກ ຢູແກຼນ ຕື່ມອີກ.
ອີຢູ ໃຫ້ບຸລິມະສິດປຶກສາຫາລືກ່ຽວກັບບັນດາມາດຕະການໜູນຊ່ວຍຊາວອົບພະຍົບທີ່ມາຈາກ ຢູແກຼນ - ảnh 1ຊາວອົບພະຍົບ ຢູແກຼນ
(ພາບ: AFP/TTXVN)

        ໃນຂອບເຂດກອງປະຊຸມບໍ່ເປັນທາງການລັດຖະມົນຕີກະຊວງແຮງງານ ແລະ ສັງຄົມຂອງບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ເຊິ່ງດຳເນີນໃນລະຫວ່າງວັນທີ 13-14 ຕຸລາ ຢູ່ນະຄອນຫຼວງ ປຣາຮາ, ສ.ເຊັກໂກ, ບັນດາລັດຖະມົນຕີໄດ້ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການສືບຕໍ່ໜູນຊ່ວຍຊາວອົບພະຍົບທີ່ມາຈາກ ຢູແກຼນ. ໂດຍເປັນປະທານກ່າວໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງງານ ແລະ ບັນດາບັນຫາສັງຄົມ ສ.ເຊັກໂກ Marian Jurecka ໃຫ້ຮູ້ວ່າ, ສ.ເຊັກໂກ ພວມມານະພະຍາຍາມຊຸກຍູ້ເພື່ອໃຫ້ ອີຢູ ຜັນຂະຫຍາຍບ້ວງເງິນພິເສດ ເພື່ອໜູນຊ່ວຍບັນດາປະເທດຮັບຊາວອົບພະຍົບທີ່ມາຈາກ ຢູແກຼນ ຕື່ມອີກ. ທ່ານໃຫ້ຮູ້ວ່າ ໄດ້ຂົນຂວາຍຄະນະກຳມະການ ເອີລົບ (ອີຊີ) ໜູນຊ່ວຍ, ຈັດແບ່ງແຫຼ່ງການເງິນຫຼາຍຄັ້ງແລ້ວ, ໂດຍສະເພາະແມ່ນເລື່ອງນຳໃຊ້ແຫຼ່ງເງິນຈາກບັນດາກອງທຶນທີ່ມີຢູ່ແລ້ວຢ່າງມີໄຫວພິບ, ເພື່ອແບ່ງປັນການແບກຫາບພາລະໜັກກັບບາງປະເທດໃນການໜູນຊ່ວຍຊາວອົບພະຍົບມາຈາກ ຢູແກຼນ ໃນຊຸມປີຈະມາເຖິງ. ສ່ວນທ່ານ Signe Riisalo, ລັດຖະມົນຕີບັນດາບັນຫາສັງຄົມ Estonia ສະແດງຄວາມລໍຄອຍວ່າ ອີຢູ ຈະໜູນຊ່ວຍຫຼາຍກວ່າອີກ ຄືກັນກັບ ສ.ເຊັກໂກ ແລະ ໂປໂລຍ, Estonia ກໍ່ຮັບຊາວອົບພະຍົບມາຈາກ ຢູແກຼນ ເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ