ອີຢິບ: ລັດຖະມົນຕີ 5 ທ່ານລາອອກຈາກຕຳແໜ່ງ

ອີຢິບ: ລັດຖະມົນຕີ 5 ທ່ານລາອອກຈາກຕຳແໜ່ງ - ảnh 1
ການແຫ່ຂະບວນປະທ້ວງຂະໜາດໃຫຍ່
(ພາບປະກອບ)

(vovworld) – ວັນ​ທີ 1/7, ລັດຖະມົນຕີໃນລັດຖະບານ ອີຢິບ ​ໄດ້ຍືນໜັງສືຂໍລາອອຈາກຕຳແໜ່ງ,ພາຍຫຼັງເກີດການແຫ່ຂະບວນປະທ້ວງຂະໜາດໃຫຍ່ ຄັດຄ້ານປະທານາທິບໍດີ Mohamad Morsi 1 ວັນ. ບັນດາ​ລັດຖະມົນຕີ​ການ​ທ່ອງ​ທ່ຽວ, ສິ່ງ​ແວ​ດລ້​ອມ, ​ໂທລະ​ຄົມ, ບັນດາ​ບັນຫາ​ກົດໝາ​ຍ ​ແລະ ສະພາ​ແຫ່ງ​ຊາດ ພ້ອມ​ກັບ​ລັດຖະມົນຕີ​ຮັບຜິດຊອບ​ວຽກ​ງານ​ສະໜອງ ​ແລະ ລະບາຍ​ນ້ຳ ​ໄດ້​ມີ​ການ​ພົບ​ປະ​ກັນຢູ່​ສຳນັກງານ​​ກະຊວງ​ໂທລະ​ຄົມ ​ແລະ ລ້ວນ​ແຕ່​ສະ​ແດງ​ຄວາມ​ເດັດ​ດຽວ​ຈະ​ຖອນ​ອອກ​ຈາກ​ຕຳ​ແໜ່​ງທີ່​ພວມ​ດຳລົງ. ພ້ອມ​ກັນ​ນັ້ນ, ກຸ່ມ​ລັດຖະມົນຕີ​ນີ້ ​ໃຫ້​ຮູ້​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ.

    ກໍ່​ໃນ​ວັນ​ທີ 1/7, ຂະ​ບວນການ Tamarod, ​ເຊິ່ງ​ແມ່ນ​ອົງການ​ດຳ​ເນີນ​ການ​ເກັບ​ກຳ 15 ລ້ານ​ລາຍ​ເຊັນ​ຄັດຄ້ານ​ປະທານາທິບໍດີ Morsi, ​ໄດ້​ກຳນົດ​ເວລາ​​ໃນ​ມື້ໜຶ່ງ​ການ​ນຳ​ທ່ານ​ນີ້​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ຫຼື​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຄັດຄ້ານ​ຂະໜາດ​ໃຫຍ່. ຖະ​ແຫຼ​ງການ​ຂອງ Tamarod ຊີ້​​ແຈ້ງວ່າ: “ຮອດ​ເວລາ 15 ​ໂມງ (​ເວລາ GMT) ວັນ​ທີ 2/7, ທ່ານ Morsi ຕ້ອງ​ປະລະ​ສິດ​ອຳນາດ​ເພື່ອ​ໃຫ້​ບັນດາ​ອົງການ​ສ້າງ​ລັດຖະທຳ​ມະນູນ​ແຫ່ງ​ລັດ​ກະກຽ​ມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ກ່ອນ​ກຳນົດ​ເວລາ”.

ຂ່າວ/ບົດ​ອື່ນ