ອີຢູມີຄວາມລະມັດລະວັງຕໍ່ຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນ

(VOVWORLD) -ກຸ່ມນີ້ຈະກວດກາຄືນໃໝ່ວ່າ ຂໍ້ຕົກລົງດ້ານການຄ້າໃຫຍ່ລະຫວ່າງອາເມລິກາ ແລະ ຈີນ ໄດ້ປະຕິບັດຕາມບັນດາຫຼັກການທົ່ວໂລກຫຼືບໍ່.
ອີຢູມີຄວາມລະມັດລະວັງຕໍ່ຂໍ້ຕົກລົງດ້ານການຄ້າລະຫວ່າງອາເມລິກາ-ຈີນ - ảnh 1(ພິທີລົງນາມໃນຂໍ້ຕົກລົງດ້ານການຄ້າໄລຍະທີ 1)

ທ່ານ Phil Hogan, ກຳມະການການຄ້າຂອງສະຫະພາບເອີລົບ (ອີຢູ) ໃຫ້ຮູ້ວ່າ, ກຸ່ມນີ້ຈະກວດກາຄືນໃໝ່ວ່າ ຂໍ້ຕົກລົງດ້ານການຄ້າໃຫຍ່ລະຫວ່າງອາເມລິກາ ແລະ ຈີນ ໄດ້ປະຕິບັດຕາມບັນດາຫຼັກການທົ່ວໂລກຫຼືບໍ່. ວັນທີ 16 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ລອນດອນ, ປະເທດອັງກິດ, ທ່ານ Hogan ເວົ້າວ່າ: “ພວກຂ້າພະເຈົ້າຈະຕ້ອງຕີລາຄາຄືນວ່າ ຂໍ້ຕົກລົງດັ່ງກ່າວໄດ້ປະຕິບັດຕາມຫຼັກການຂອງອົງການການຄ້າໂລກ (WTO) ຫຼື ບໍ່?”.

          ກ່ອນໜ້ານັ້ນ 1 ວັນ, ອາເມລິກາ ແລະ ຈີນ ໄດ້ລົງນາມໃນຂໍ້ຕົກລົງການຄ້າໄລຍະ 1 ຢູ່ທຳນຽບຂາວຢ່າງເປັນທາງການ. ຕາມຂໍ້ຕົກລົງແລ້ວ, ຈີນ ໃຫ້ຄຳໝັ້ນສັນຍາຊື້ສິນຄ້າຂອງອາເມລິກາ ດ້ວຍມູນຄ່າ 200 ຕື້ USD ໃນຮອບເວລາ 2 ປີຈະມາເຖິງ ເພື່ອແລກກັບເລື່ອງ ວໍຊິງຕັນ ຈະບໍ່ຈັດວາງພາສີຕໍ່ສິນຄ້າຂອງຈີນ ທີ່ມີມູນຄ່າ 160 ຕື້ USD. ເລື່ອງ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງດ້ານການຄ້າໄລຍະທີ 1 ໄດ້ເປັນຂີດໝາຍທຳອິດໃນເລື່ອງ 2 ພື້ນຖານເສດຖະກິດໃຫຍ່ແຖວໜ້າໂລກແກ້ໄຂສົງຄາມການຄ້າທີ່ແກ່ຍາວເປັນເວລາເກືອບ 2 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ