ອີຣັກຍູ້ການບຸກໂຈມຕີຂອງISໃຫ້ຖອຍໄປ

ອີຣັກຍູ້ການບຸກໂຈມຕີຂອງISໃຫ້ຖອຍໄປ - ảnh 1
ພົນ​ທະ​ຫານ​ອີ​ຣັກ
ພາບ:TTXVN

(vovworld)- ວັນ​ທີ 3/2, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ພ້ອມ​ກັບ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອ​ນ​ອິດ​ສະ​ລາມ​ນິ​ກາຍ​ຊັນ​ນີ ໄດ້​ຍູ້​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມ “ລັດ​ອິດ​ສະ​ລາມ” IS ຢູ່​ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານໃຫ້​ຖອຍ​ໄປ. ການ​ປະ​ທະ​ກັນ​ໄດ້​ເຮັດ​ໃຫ້​ພົນ​ທະ​ຫານ ອິດ​ສະ​ລາມ​ນິ​ກາຍ​ຊັນ​ນີ 7 ຄົນ​ເສຍ​ຊີ​ວິດ ແລະ ກຳ​ລັງ​ປ້ອງ​ກັນ​​ພົນ​ລະ​ເຮືອນ 21 ຄົນ ພ້ອມ​ກັບ​​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບຈຳ​ນວນ​ຫນຶ່ງ​ຖືກ​ບາດ​ເຈັບ. ພາຍ​ຫລັງ​ບັນ​ດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ໃນ​ໄລ​ຍະ​ຜ່ານ​ມາ, ​ພົນ​ທະ​ຫານຊ່ວຍ​ຫນູນ​ໃຫ້​ ອີ​ຣັກ ໄດ້​ມາ​ຮອດ​ນະ​ຄອນ Samara ເປັນ​ຈຳ​ນວນ​ຫລາຍ. ພ້ອມ​ກັບ​ກຳ​ລັງ​ປ້ອງ​ກັນ​ພົນ​ລະ​ເຮືອນ, ກຳ​ລັງ​ນີ້ ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ​ໃນ​ນະ​ຄອນ ແລະ ປິດ​ລ້ອມ​ເສັ້ນ​ທາງ​ທັງ​ໝົດ​ໄປ​ເຖິງ​ເຂດນີ້.

ຂ່າວ/ບົດ​ອື່ນ