ອີຣານ ກະກຽມປິດຊ່ອງທະເລ Hormuz

ອີຣານ ກະກຽມປິດຊ່ອງທະເລ Hormuz - ảnh 1
ກຳປັ່ນຂົນສົ່ງນ້ຳມັນ ຜ່ານຊ່ອງທະເລ Hormuz
(ພາບ: AFP)

(vovworld) - ​​ທ່ານ​ Ebrahim Agha – Mohammadi, ສະມາ​ຊິກ​ສະພາ​ແຫ່ງ​ຊາດ ອີຣານ ຫາ​ກໍ​ໃຫ້​ຮູ້​ວ່າ: ກຳ​ມະ​ທິການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ​ໄດ້​ກະກຽມ​ຮ່າງ​ກົດໝາຍ ຮຽກ​ຮ້​ອງ​ໃຫ້​ປິດ​ຊ່ອງ​ທະ​ເລ Hormuz ​ເພື່ອ​ຄັດຄ້ານ​ຄຳ​ສັ່ງ​ຂວ້ຳບາດນ້ຳມັນ​ຂອງ ສະຫະພາບ ​ເອີ​ລົບ​ທີ່​ມີ​ຕໍ່ ອີ​ຮານ. ຕາມ​ທ່ານ Agha – Mohammadi ​ແລ້ວ, ຮ່າງ​ກົດໝາຍ​ນີ້ ​ໄດ້​ຮັບ​ລາຍ​ເຊັນ​ຈາກສະມາຊິກ​ສະພາ​ແຫ່ງ​ຊາດ 100 ທ່ານ ​ໃນ​ຈຳນວນ 290 ທ່ານ ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ ​ແລະ ຈະ​ໄດ້​ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​​ໃນ​ໄວໆ​ນີ້. ​ເລື່ອງ​ປະຕິບັດ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ຕົນ ​ແມ່ນ ມາດ​ຕະການ​ງ່າຍດາຍ​ທີ່​ສຸດ ​ເຊິ່ງ ອີຣານອາດ​ຈະ​ຍົກ​ອອກ​ມາ​ເພື່ອ​ຮັບ​ມື​ກັບ​ການ​ເຄື່ອນ​ໄຫວ “ບໍ່​ມີ​ຄວາມ​ຍຸດຕິ​ທຳ” ຂອງບັນດາ​ປະ​ເທດ​ຕ້ານ ອີຣານ.

        ກ່ອນ​ໜ້າ​ນັ້ນ, ​ເຈົ້າ​ໜ້າ​ທີ່​ການ​ທະຫານ ​ແລະ ລັດຖະບານ ອີຣານ ຈຳນວນ​ໜຶ່ງກໍ​ໄດ້​ກ່າວ​ເຕືອນ​ຈະ​ນຳ​ໃຊ້​ທຸກໆ ມາ​ດຕະການ, ພິ​ເສດ​ແມ່ນ​ເລື່ອງ​ປິດ​ຊ່ອງ​ທະ​ເລ Hormuz, ​ຖ້າຫາກ ຝ່າຍ​ຕາ​ເວັນຕົກ​ເພີ່​ມທະວີບັ​ນດາ​ມາດ​ຕະການ​ລົງ​ໂທ​ດທີ່​ມີ​ຕໍ່ ອີຣານ, ​ສົ່ງຜົນ​ເສຍ​ຫາຍ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ ສ. ອິດສະ​ລາມ​ນີ້.

ຂ່າວ/ບົດ​ອື່ນ