ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ສິດ​ເສີມ​ທາດ urani

(VOVWORLD) -  ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ບໍ່ມີວັນຍົກເລີກສິດເສີມທາດ urani ອອກຈາກໂຄງການພັດທະນານິວເຄຼຍພົນລະເຮືອນ ຍ້ອນສັນຕິພາບຂອງຕົນ. 
ອີ​ຣານ ສືບ​ຕໍ່​ຢັ້ງ​ຢືນ​ສິດ​ເສີມ​ທາດ urani - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi (ພາບ: WANA)

ໂດຍບໍ່ຫົວຊາຕໍ່ບັນດາໄພນາບຂູ່ຢ່າງລຽນຕິດຈາກຝ່າຍ ອາເມລິກາ ແລະ ອິດສະຣາແອັນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbas Araghchi ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າ ບໍ່ມີວັນຍົກເລີກສິດເສີມທາດ urani ອອກຈາກໂຄງການພັດທະນານິວເຄຼຍພົນລະເຮືອນ ຍ້ອນສັນຕິພາບຂອງຕົນ. ຖະແຫຼງການໄດ້ຍົກອອກມາໃນການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ອີຣານ ກັບບັນດານັກການທູດສາກົນ ທີ່ດຳເນີນຢູ່ນະຄອນຫຼວງ ເຕເຮຣານ ໃນຕອນບ່າຍວັນທີ 12 ກໍລະກົດ.

ທ່ານ Abbas Araghchi ຊີ້ແຈ້ງວ່າ ບໍ່ວ່າຂໍ້ຕົກລົງນິວເຄຼຍໃໝ່ໃດກໍຕ້ອງເຄົາລົບສິດເສີມທາດ urani ເພື່ອຮັບໃຊ້ບັນດາຈຸດປະສົງສັນຕິພາບຂອງ ອີຣານ ທີ່ໄດ້ກຳນົດໃນສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT). ຕາມນັ້ນແລ້ວ, ອີຣານ ຈະບໍ່ເຂົ້າຮ່ວມບັນດາຂໍ້ຕົກລົງທີ່ບໍ່ຮັບປະກັນສິດເສີມທາດ urani ຂອງ ເຕເຮຣານ.

ບາທີ - ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ