ອູ​ຫັ້ນ (ຈີນ) ຈະ​ເຊື່ອມ​ຕໍ່ຫຼາຍ​ຖ້ຽວ​ບິນ​ໄປ​ຍັງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄືນ​ໃໝ່

(VOVWORLD) - ປັດຈຸບັນ, ສະໜາມບິນ ແທນເຄື໊ອ ພວມຕັ້ງໜ້າກະກຽມການເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນສາກົນຈາກ ອູຫັ້ນໄປຍັງ ເຊີອູນ (ສ.ເກົາຫຼີ), ສິງກະໂປ, ທ່າອາກາດສະຍານ Sihanouk (ກຳປູເຈຍ), ກົວລາລຳປົວ ( ມາເລເຊຍ), ຈາກາຕາ (ອິນໂດເນເຊີຍ).
ອູ​ຫັ້ນ (ຈີນ) ຈະ​ເຊື່ອມ​ຕໍ່ຫຼາຍ​ຖ້ຽວ​ບິນ​ໄປ​ຍັງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄືນ​ໃໝ່ - ảnh 1ສະໜາມບິນ ແທນເຄື໊ອ ຂອງນະຄອນອູຫັ້ນ (ພາບ: cjn.cn) 

ບັນດາຖ້ຽວບິນພາຍໃນປະເທດຂອງ ຈີນ ໄປຍັງ ອູຫັ້ນ ພວມຄ່ອຍໆກັບຄືນສູ່ສະພາບທີ່ເປັນປົກກະຕິ ຄືເວລາກ່ອນເກີດໂລກລະບາດ Covid -19, ໃນຂະນະນັ້ນ ບັນດາຖ້ຽວບິນສາກົນພວມ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ຢ່າງຮີບດ່ວນ, ໃນນັ້ນມີຫຼາຍຖ້ຽວບິນທີ່ມາຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ຕາມກຸ່ມບໍລິສັດສະໜາມບິນ ຮູ້ເປີຍແລ້ວ, ໃນວັນທີ 11 ກັນຍາ, ບັນດາຖ້ຽວບິນພາຍໃນປະເທດໄດ້ສົ່ງຜູ້ໂດຍສານໄປຍັງສະໜາມບິນ ແທນເຄື໊ອ ຂອງນະຄອນອູຫັ້ນເພີ່ມຂຶ້ນເຖິງ 505 ຖ້ຽວ ດ້ວຍຈຳນວນຜູ້ໂດຍສານປະມານ 64.700 ເທື່ອຄົນ, ບັນລຸລະດັບສະຖິຕິສູງທີ່ສຸດນັບແຕ່ເວລາ ອູຫັ້ນລົບລ້າງຄຳສັ່ງປິດເມືອງໃນວັນທີ 8 ເມສາ, ທຽບເທົ່າກັບໄລຍະດຽວກັນຂອງປີ 2019.

        ປັດຈຸບັນ, ສະໜາມບິນ ແທນເຄື໊ອ ພວມຕັ້ງໜ້າກະກຽມການເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນສາກົນຈາກ ອູຫັ້ນໄປຍັງ ເຊີອູນ (ສ.ເກົາຫຼີ), ສິງກະໂປ, ທ່າອາກາດສະຍານ Sihanouk (ກຳປູເຈຍ), ກົວລາລຳປົວ ( ມາເລເຊຍ), ຈາກາຕາ (ອິນໂດເນເຊີຍ).

ຕອບກັບ

ຂ່າວ/ບົດ​ອື່ນ