ອະດີດນາຍົກລັດຖະມົນຕີໄທໄດ້ຮັບການແຕ່ງຕັ້ງເປັນຜູ້ຮັກສາການປະທານສະພາກົດລັບ

ອະດີດນາຍົກລັດຖະມົນຕີໄທໄດ້ຮັບການແຕ່ງຕັ້ງເປັນຜູ້ຮັກສາການປະທານສະພາກົດລັບ - ảnh 1
ທ່ານ ທະ​ນິນ ກ​ໄຣ​ວິ​ຈຽນ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, 
(ພາບ: channelnewsasia)

(vovworld) –  ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ວິດ​ຊະ​ນູ ເຄື່ອງ​ງາມ ໃນ​ວັນ​ທີ 19/10 ໃຫ້​ຮູ້​ວ່າ: ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດນີ້, ທ່ານ ທະ​ນິນ ກ​ໄຣ​ວິ​ຈຽນ  ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຜູ້​ຮັກ​ສາ​ການ​ປະ​ທານ​ສະ​ພາ​ກົດລັ​ບ. ທ່ານ ທະ​ນິນ ກ​ໄຣ​ວິ​ຈຽນ, ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ກຳ​ມະ​ການ 18 ທ່ານ​ຂອງ​ສະ​ພາ​ກົດ​ລັບ, ໄດ້​ຮັບ​ການ​ແຕ່ງ​ຕັ​້ງ​ເປັນ​ຜູ້ນ​ຳ​ອົງ​ການນີ້​ຍ້ອນ​ທ່ານ ​​ປ​ແຣ​ມ​ ຕິນ​ສຸ​ນາ​ນົນ, ເຊິ່ງ​ແມ່ນປະ​ທານ​​ໃນປະ​ຈຸ​ບັນ​ຈະ​ຂຶ້ນ​ຄອງ​ລາ​ດໃນ​ໄລ​ຍະ​ລໍ​ຖ້າ ອົງ​ມົງ​ກຸດ ໂອ​ຣະ​ຊາດ​ທິດ​ຣາດ ຂຶ້ນ​ຄອງ​​ລາ​ຊະ​ສົມ​ບັດພາຍຫຼັງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າມະ​ຫາ​ຊີ​ວິດ​ໄທ ພູ​ມີ​ພົນ ອະ​ດູ​ນຢາ​ເດດ ໄດ້ສະ​ຫວັນ​ນະ​ຄົດໃນ​ວັນ​ທີ 13/10 ຜ່ານ​ມາ. ຕາມ​ລັດ​ຖະ​ທຳ​ມະ​ນູນ​ໄທ​ແລ້ວ, ເມື່ອ​ ພະ​ບາດ​ສົມ​ເດັດ​ພະ​ເຈົ້າມະ​ຫາ​ຊີ​ວິດສະ​ຫວັນ​ນະ​ຄົດ ແລະ ບໍ່​ທັນ​ມີ ພະ​ບາດ​ສົມ​ເດັດ​ພະ​ເຈົ້າມະ​ຫາ​ຊີ​ວິດ​ຄົນ​ໃໝ່, ບົດ​ບາດ​ຂຶ້ນ​ຄອງ​​ລາດ​ຈະ​ໂດຍ​ປະ​ທານ​ສະ​ພາ​ກົດລັບ​ຮັບ​ຜິດ​ຊອບ.


ຂ່າວ/ບົດ​ອື່ນ