ອະດີດຜູ້ອຳນວຍການໃຫຍ່WTO:ເອົາໃຈໃສ່ປົກປ້ອງຜູ້ອຸປະໂພກບໍລິໂພກໃນການເຈລະຈາການຄ້າ


ອະດີດຜູ້ອຳນວຍການໃຫຍ່WTO:ເອົາໃຈໃສ່ປົກປ້ອງຜູ້ອຸປະໂພກບໍລິໂພກໃນການເຈລະຈາການຄ້າ - ảnh 1
ການໂອ້ລົມສົນທະການໃນວັນທີ 11/8
(ພາບ: phapluatxahoi.vn)

(vovworld) – ຕອນ​ບ່າຍວັນ​ທີ 11/8, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ລະ​ຫວ່າງ ອະດີດ​ຜູ້ອຳນວຍການ​ໃຫຍ່ WTO ທ່ານ Pascal Lamy ກັບ​ວິ​ສາ​ຫະກິດ ຫວຽດນາມ. ທີ່​ການ​ໂອ້ລົມ​ສົນທະນາ, ທ່ານ ຫວູຕ່ຽນ​ໂລກ, ປະທານ​ຫ້ອງການການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ນັບ​ແຕ່​​​ເມື່ອ​ກາຍ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ວັນ​ທີ 11/1/2007 ຢ່າງ​ເປັນ​ທາງ​ການ, ພື້ນຖານ​ເສດຖະກິດ ຫວຽດນາມ ມີ​ການ​ຫັນປ່ຽນ​ສຳຄັນ​ດ້ວຍບັນດາ​ຜົນງານ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກ້ວາງ​ຂວາງ. ທ່ານອະດີດ​ຜູ້ອຳນວຍການ​ໃຫຍ່ WTO Pascal Lamy ຢືນຢັນ​ວ່າ: WTO ຕີ​ລາຄາ​ສູງ ຫວຽດນາມ​ ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາຢ່າງ​ເຂັ້ມ​ງວດ​ກໍ່​ຄື​ຄວາມ​ມານ​ພະຍາຍາມ​ຫັນ​ການ​ຄ້າ​ເປັນ​ເສລີ​.

    ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ທາດ​ແທ້, ທ່າ​ອ່ຽງຂອງ​ວິວັດທະນາ​ການ​ເຈລະຈາ​ເສດຖະກິດ ການ​ຄ້າ​ໃໝ່ ​ແລະ ວິວັດທະນາ​ການ​ເຈລະຈາ​ການ​ຄ້າ​ສາກົນ​ໃນ​ປະຈຸ​ບັນ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ວິ​ສາ​ຫະກິດ, ທ່ານອະດີດ​ຜູ້ອຳນວຍການ​ໃຫຍ່ WTO Pascal Lamy ​ເນັ້ນ​ໜັກ​ເຖິງ​ບັນດາ​ບັນຫາ​ມູນ​ຄ່າ​ເພີ່ມ. ທ່ານ Pascal Lamy ຖື​ວ່າ: ທ່າ​ອ່ຽງ​ໃນ​ປະຈຸ​ບັນ​ຂອງ​ບັນດາ​ສັນຍາ​ການ​ຄ້າ​ແມ່ນ​ມຸ່ງ​ໄປ​ເຖິງ​ການ​ປົກ​ປ້ອງຜູ້​ອຸປະ​ໂພ​ກບໍລິ​ໂພ​ກຫຼາຍກ່ວາ ​ເລື່ອງ​ປົກ​ປ້ອງ​ໃຫ້​ບັນດາ​ນັກ​ຜະລິດ.

    ​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ການ​ລົບ​ລ້າງ​ບັນດາ​ຄວາມ​ແຕກ​ຕ່າງ​ໃນ​ການ​ຄຸ້ມ​ຄອງ​, ​ກຳນົດ, ສ້າງມາດຖານ ​ແລະ ​ຫັນ​ການ​ພົວພັນ​ການ​ຄ້າ​ຫຼາຍ​ຝ່າຍ, 2 ຝ່າຍ ຫຼື ພາກ​ພື້ນ​​ໃຫ້​ກົມ​ກ່ຽວ, ທ່ານ​ອະດີດ​ຜູ້ອຳນວຍການ​ໃຫຍ່ WTO Pascal Lamy  ຖື​ວ່າ: ຫວຽດນາມ ​ແມ່ນ​ສະມາຊິກ ອາ​ຊຽນ, ມີ​ຄວາມ​ສາມາດ, ມີ​ກຳລັງ​ຄວາມ​ສາມາດ​ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ຂັ້ນ​ຕອນ​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ພາກ​ພື້ນ​ນີ້​ເປັນ​ກົມ​ກ່ຽວ. ດັ່ງ​ນັ້ນ, ຫວຽດນາມ ຕ້ອງ​ສຸມ​ໃສ່​ບັນດາ​ຂໍ້​ກຳນົດ​ເປັນ​ເອກະ​ພາບ, ບົນ​ພື້ນຖານ​ນັ້ນ, ວາງ​ອອກ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ​ບໍລິຫານ​ບັນລຸ​ລະດັບ​ພາກ​ພື້ນ ​ແລະ ສາກົນ.



ຂ່າວ/ບົດ​ອື່ນ