ອ​າ​ຊຽນ + 3 ຮ່ວມມ​ື​ກັນ​ຜັນ​ຂະ​ຫຍາຍ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ວິ​ນາດ​ສະ​ກຳ​ໃນ​ອະ​ນາ​ຄົດ

(VOVWORLD) - ບັນດາເຈົ້າໜ້າທີ່ດ້ານການເງິນຂັ້ນສູງຂອງບັນດາປະເທດ ອາຊຽນ + 3 ບັນລຸໄດ້ຂໍ້ຕົກລົງດັ່ງກ່າວໃນກອງປະຊຸມທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 - 7 ທັນວາຢູ່ Kanazawa, ແຂວງ Ishikawa ພາກກາງຍີ່ປຸ່ນ.
ອ​າ​ຊຽນ + 3 ຮ່ວມມ​ື​ກັນ​ຜັນ​ຂະ​ຫຍາຍ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ວິ​ນາດ​ສະ​ກຳ​ໃນ​ອະ​ນາ​ຄົດ - ảnh 1ພາບປະກອບ:  REUTERS

ບັນດາປະເທດ ອາຊຽນ + 3 (ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ) ໄດ້ເຫັນດີຜັນຂະຫຍາຍໂຄງການອຸປະຖຳໂດຍດ່ວນ ເພື່ອຮັບມືກັບບັນດາໂລກລະບາດ ແລະ ໄພທຳມະຊາດ ໃນອະນາຄົດ. ນີ້ແມ່ນຄວາມມານະພະຍາຍາມຫຼ້າສຸດຂອງ ອາຊຽນ ແລະ ຄູ່ຮ່ວມມື 3 ປະເທດ ເພື່ອແນໃສ່ຮັບປະກັນຄວາມສະຖຽນລະພາບດ້ານການເງິນໃນພາກພື້ນ. ບັນດາເຈົ້າໜ້າທີ່ດ້ານການເງິນຂັ້ນສູງຂອງບັນດາປະເທດ ອາຊຽນ + 3 ບັນລຸໄດ້ຂໍ້ຕົກລົງດັ່ງກ່າວໃນກອງປະຊຸມທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 - 7 ທັນວາຢູ່ Kanazawa, ແຂວງ Ishikawa ພາກກາງຍີ່ປຸ່ນ. ຕາມນັ້ນແລ້ວ, ກົນໄກໃໝ່ທີ່ມີຊື່ວ່າ “Rapid Financing Facility” - RFF ຈະນອນໃນຂອບເຂດຂໍ້ຕົກລົງ ຫັນຂໍ້ລິເລີ່ມຊຽງໃໝ່ ເປັນຫຼາຍຝ່າຍ (CMIM).

ຕອບກັບ

ຂ່າວ/ບົດ​ອື່ນ