ອາຊຽນ - ຈີນ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ

ອາຊຽນ - ຈີນ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
(ພາບປະກອບ)

(vovworld) - ​ຕອນ​ຄໍ່າ​ວັນ​ທີ 25/11, ຢູ່​ນະ​ຄອນ​ຫຼວງ ຈາ​ກາກ​ຕາ, ປະ​ເທດ​ອີນ​ໂດ​ເນ​ເຊຍ, ຄະນະ​ກຳມະການ​ບັນດາ​ຜູ້ຕາງໜ້າ​ປະຈ​ຳອາ​ຊຽນ (CPR - ASEAN) ​ແລະ ຄະນະ​ຜູ້​ຕາງໜ້າປະຈຳຈີນ ຢູ່​ອາ​ຊຽນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ຮັບ​ແຂກ​ເນື່ອງ​​ໃນ​​ໂອກາດ ສະ​ເຫຼີ​ມສະຫຼອງ 10 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ - ຈີນ. ກ່າ​ວຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ຊຽນ ​ແລະ ຈີນ​ ​ແມ່ນ​ກຳ​ໄດ​້ບັນດາ​ກາລະ​ໂອກາດ​​ພັດທະນາ​ທີ່​ລ້ຳ​ຄ່າ ບົນ​ເສັ້ນ​ທາງ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຢ່າງ​ແໜ້ນ​ແຟ້ນ ​ແລະ ກວ້າງຂວາງ​ກວ່າ​ອີກ. ທ່ານ​ເລຂາທິການ​ໃຫຍ່​​ເລ​ເລືອ​ງມິ​ງ ຊີ້​ແຈ້ງວ່າ, ການ​ພົວພັນ​ຄູ່ຮ່ວມມືລະ​ຫວ່າງອາ​ຊຽນ ​ແລະ ຈີນ ຕ້ອງ​ໄດ້​ຮັບ​ການ​ກໍ່ສ້າງທີ່​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ ​ແລະ ພັດທະນາ​ບົນ​ພື້ນຖານ​ເຄົາລົບ, ເຂົ້າ​ໃຈ​ ​ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແກ້​ໄຂ​ບັນດາ​ຄວາມ​ແຕກ​ຕ່າງ​ກັນຜ່ານ​ການ​ເຈລະ​ຈາ ​ແລະ ການຮ່ວມ​ມື, ສິ່ງ​ດັ່ງກ່າວ​​ຍິ່ງ​ມີ​ຄວາມ​ຈຳ​ເປັນອັນ​ຮີບ​ດ່ວນ ​ແລະ ຕ້ອງ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ກວ່າ​ອີກ ໃນ​ທົດ​ສະ​ວັດ​ທີ 2 ​ຂອງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ອາ​ຊຽນ - ຈີນ​.

ຂ່າວ/ບົດ​ອື່ນ