ອາຊຽນ ມີຄວາມວິຕົກກັງວົນ ຕໍ່ເຫດການທົດລອງ ນິວເຄຼຍ ຂອງ ສປປ ເກົາຫຼີ

ອາຊຽນ ມີຄວາມວິຕົກກັງວົນ ຕໍ່ເຫດການທົດລອງ ນິວເຄຼຍ ຂອງ ສປປ ເກົາຫຼີ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ນ
(ພາບ: ອີນເຕີເນັດ)

(vovworld) - ​ວັນ​ທີ 19/2, ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິ​ນ ​ໃຫ້​ຮູ້​ວ່າ​: ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ ຕໍ່​ຜົນ​ສະທ້ອນ​ຂອງ​ເຫດການ​ທົດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 3 ​ເຊິ່ງ ສປປ ​ເກົາຫຼີ ຫາ​ກໍ່​ດຳ​ເນີນ​ໃນ​ເດ​ືອນນີ້ ສຳລັບ​ສັນຕິພາບ ​ແລະ ຄວາມ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ຖະ​ແຫຼ​ງການ ຈາກ​ຄະນະ​ເລຂາ ອາ​ຊຽນ ອີ​ກ​ເທື່ອ​ໜຶ່ງ ຢັ້ງຢືນ​ກາ​ນສະໜັບ​ສະ​ໜູນ​ຕໍ່​ຄວາມ​ມານະ​ພະຍາຍາມ​ທັງ​ໝົດ​ເພື່ອ​ແນ​ໃສ່​ປອດ​ນິວ​ເຄຼຍ ​ໃນ​ແຫຼມ​ ​ເກົາຫຼີ​ ​ໂດຍ​ສັນຕິ ​ແລະ ​ເຊື່ອມ​ຕໍ່​ວິວັດທະນາ​ການ​ເຈ​ລະ​ຈາ 6 ຝ່າຍ ​ໂດຍ​ໄວ. ອາ​ຊຽນ ກໍ່​​ເນັ້ນ​ໜັກ​​ເຖິງ: ຄວາມ​ສຳຄັນ​ຂອງ​ການ​ໂອ​້ລົມ​ສົນທະນາ ​ເພື່ອ​ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ ​ແລະ ​ຄວາມ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ຝ່າຍ​ຕ່າງໆ ທີ່​ກ່ຽວ​ຂ້ອງ ​ເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ ​ແລະ ສະຖານ​ລະ​ພາບ​ໃນ​ແຫຼມ ​ເກົາຫຼີ.

        ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຫຼຸດຜ່ອນ​ກຳລັງ​ປະກອບ​ອາວຸດ ຂອງ ສະຫະ​ປະຊາ​ຊາດ ​ເຊິ່ງຈັດ​ຕັ້ງ ຢູ່ ​ເຊີ​​ແນວ, ປະ​ເທດ ສະ​ວິດ, ທ່ານ​ເລຂາ​ທີ 1 ຄະນະ​ພົວພັນ​ຕ່າງປະ​ເທ​ດ ສປປ ​ເກົາຫຼີ ຢູ່ ​ເຊີ​ແນວ Jon Yong Ryong ຖະ​ແຫຼ​ງວ່າ: ​ເຫດການ​ທົດ​ລອງ ນິວ​ເຄຼຍ ​ເມື່ອ​ວັນ​ທີ 12/2 ຂອງ ພຽງ​ຢາງ ​ແມ່ນ​ ມາ​ດຕະການ “ປ້ອງ​ກັນ​ຕົວ” ​ເພື່ອໂຕ້​ຕອບ​ໄພ​ນາບ​ຂູ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ອາ​ເມ​ລິກາ.

 

ຂ່າວ/ບົດ​ອື່ນ