ອາ​ຊຽ​ນ ແມ່ນ​ພາກ​ພື້ນ​ດຶງ​ດູດ​ກ່​ວາ​ໝູ່​ສຳ​ລັບ​ການ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) - ທ່ານປະທານນາທິບໍດີ Indonesia Joko Widodo ກໍ່ເນັ້ນໜັກວ່າ ອາຊຽນ ໄດ້ສະແດງໃຫ້ເຫັນວ່າ ແມ່ນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ.
ອາ​ຊຽ​ນ ແມ່ນ​ພາກ​ພື້ນ​ດຶງ​ດູດ​ກ່​ວາ​ໝູ່​ສຳ​ລັບ​ການ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1

(ພາບ: TTXVN)

   ນີ້ແມ່ນຄຳຢືນຢັນຂອງທ່ານປະທານນາທິບໍດີ Indonesia Joko Widodo ເມື່ອວັນທີ 1 ກັນຍາ ໃນຂະນະທີ່ທ່ານກ່າວຄຳເຫັນທີ່ກອງປະຊຸມຂັນສູງການລົງທຶນ ແລະ ດຳເນີນທຸລະກິດ ອາຊຽນ (ABIS) 2023 ຢູ່ນະຄອນຫຼວງ Jakarta.

ສະເພາະປີ 2022, ມີເຖິງ 17% ຈຳນວນເງິນລົງທຶນຂອງໂລກ ໄດ້ສະຫງວນໃຫ້ແກ່ ອາຊຽນ. ທ່ານປະທານນາທິບໍດີ Indonesia Joko Widodo ໃຫ້ຮູ້ວ່າ ຄາດວ່າ, ການເຕີບໂຕເສດຖະກິດຂອງ ອາຊຽນ ປີ 2024 ຈະສູງທີ່ສຸດໃນໂລກ,  ດ້ວຍ 4,5%. ທ່ານປະທານນາທິບໍດີ Indonesia Joko Widodo ກໍ່ເນັ້ນໜັກວ່າ ອາຊຽນ ໄດ້ສະແດງໃຫ້ເຫັນວ່າ ແມ່ນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ ພ້ອມທັງໃຫ້ຮູ້ຕື່ມອີກວ່າ, 65% ປະຊາກອນໃນພາກພື້ນ ມີຄວາມສາມາດບົ່ມຊ້ອນເຂົ້າຮ່ວມຊັ້ນຄົນກາງໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ