ອາຊຽນ ແລະ ອີຕາລີ ເພີ່ມທະວີຄວາມສາມັກຄີ

ອາຊຽນ ແລະ ອີຕາລີ ເພີ່ມທະວີຄວາມສາມັກຄີ - ảnh 1
ງານ​ພົບ​ປະເພື່ອນ​ມິດ​ອີ​ຕາ​ລີ ​ແລະ ​ເອກ​ອັກຄະ​ລັດຖະທູດ​
ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນປະຈຳ​ອີ​ຕາ​ລີ
(ພາບ: vietnamplus.vn)

(vovworld) - ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອີ​ຕາ​ລີ ທ່ານ ຫງວຽນ​ຮ່ວາງ​ລອງ ຫາ​ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​, ​ງານ​ລ້ຽງ​ບັນດາ​ເພື່ອນ​ມິດ​ອີ​ຕາ​ລີ ​ແລະ ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນປະຈຳ​ອີ​ຕາ​ລີ. ນະ​ທີ່​ນີ້, ຝ່າຍ​ຕ່າງໆ​ລ້ວນ​ແຕ່​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສະພາບ​ສາກົນ ​ແລະ ພາກ​ພື້ນ​ອາ​ຊຽນ, ສະຫະພາບ​ເອີ​ລົບ, ການ​ທ້າ​ທາຍ​ໃນ​ປະຈຸ​ບັນ​ສຳ​ຫຼັບ​ສອງ​ພາກ​ພື້ນ, ຕີ​ລາຄາ​ຜົນ​​​ກອງປະຊຸມ​ຕ່າງໆຂອງ​ອາ​ຊຽນ​ໃນ​ໄລຍະ​ຜ່ານ​ມາ, ກໍ່​ຄື​ບົດບາດ, ທີ່​ຕັ້ງ​ຂອງ​ອາ​ຊຽນ, ສະຫະພາບ​ເອີ​ລົບ ​ແລະ ອີ​ຕາ​ລີ​ ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ສອງ​ພາກ​ພື້ນ. ນອກ​ນັ້ນ, ຝ່າຍ​ຕ່າງໆ​ຍັງ​ແບ່ງປັນ​ບົດຮຽນ, ​ແລກປ່ຽນ​ມາດ​ຕະການ ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ ອີ​ຕາ​ລີ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ, ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ຄວາມ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ອາ​ຊຽນ - ສະຫະພາບ​ເອີ​ລົບ​ເວົ້າ​ລວມ ​ແລະ ອາ​ຊຽນ - ອີ​ຕາ​ລີ ​ເວົ້າ​ສະ​ເພາະ, ກໍ່​ຄື​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ