ອາບການິດສະຖານ: ເຫດລະເບີດຢູ່ນະຄອນຫຼວງ Kabul ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ເຫດລະເບີດເກີດຂຶ້ນໃນຕອນບ່າຍວັນດຽວກັນ. ປະຈຸບັນ, ກຸ່ມສອບສວນສືບສວນໄດ້ມີໜ້າຢູ່ສະຖານທີ່ເກີດເຫດ ເພື່ອເຮັດແຈ້ງສາຍເຫດການລະເບີດ.
ອາບການິດສະຖານ: ເຫດລະເບີດຢູ່ນະຄອນຫຼວງ Kabul ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ - ảnh 1ສະຖານທີ່ເກີດເຫດ (ພາບ:AFP/TTXVN)

ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດ ແລະ 13 ຄົນຖືກຮັບບາດເຈັບໃນເຫດລະເບີດເຊິ່ງເຮັດໃຫ້ເຂດຊຸມຊົນ Dehmazang ຢູ່ນະຄອນຫຼວງ Kabul ຂອງອາບການິດສະຖານ ໃນວັນທີ 21 ກັນຍາ ຖືກສັ່ນສະເທືອນ. ຊ່ອງໂທລະພາບທ້ອງຖິ່ນ Tolonews ໄດ້ຄັດສະເໜີແຫຼ່ງຂ່າວຂອງຕຳຫຼວດ Kabul ໃຫ້ຮູ້ວ່າ: ເຫດລະເບີດເກີດຂຶ້ນໃນຕອນບ່າຍວັນດຽວກັນ. ປະຈຸບັນ, ກຸ່ມສອບສວນສືບສວນໄດ້ມີໜ້າຢູ່ສະຖານທີ່ເກີດເຫດ ເພື່ອເຮັດແຈ້ງສາຍເຫດການລະເບີດ.  ແຕ່ເຖິງຢ່າງໃດກໍ່ຕາມ, ຕົວພະຍານບໍ່ເຜີຍຊື່ໃຫ້ຮູ້ວ່າ: ຈຳນວນຜູ້ຖືກຮັບບາດເຈັບ ແລະ ເສຍຊີວິດອາດຈະສູງກ່ວານັ້ນອີກ.

        ກ່ອນໜ້ານັ້ນ, ຫ່າງຈາກນີ້ປະມານ 2 ອາທິດ, ເຫດລະເບີດທີ່ຄ້າຍຄືກັນກໍ່ເກີດຂຶ້ນຢູ່ເຂດໃກ້ກັບສະຖານທູດ ລັດເຊຍ ປະຈຳ Kabul, ເຮັດໃຫ້ 2 ຄົນເສຍຊີວິດ ແລະ ອີກ 10 ຄົນຖືກຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ