ອາເມລິກາ - ຈີນ ມີການເຈລະຈາຂັ້ນສູງແບບກະທັນຫັນ, ຊອກຫາວິທີຄວບຄຸມຄວາມເຄັ່ງຕຶງ

(VOVWORLD) - ນີ້ແມ່ນການພົບປະຂັ້ນສູງລະຫວ່າງເຈົ້າໜ້າທີ່ສອງປະເທດນັບແຕ່ເກີດເຫດການກ່ຽວກັບໜ່ວຍບາລູນໃນຕົ້ນປີນີ້...
 

ໃນລະຫວ່າງວັນທີ 10 – 11 ພຶດສະພາ, ທ່ານ Jake Sullivan, ທີ່ປຶກສາດ້ານຄວາມໝັ້ນຄົງ ແຫ່ງຊາດ ອາເມລິກາ ແລະ ທ່ານ ຫວາງອີ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຈີນ ໄດ້ມີການປຶກສາຫາລືຢູ່ ວຽນນາ, ປະເທດ ໂອຕຣິດ ກ່ຽວກັບການຍົກເລີກຮົ້ວກີດຂວາງໃນການພົວພັນສອງຝ່າຍ. ນີ້ແມ່ນການພົບປະຂັ້ນສູງລະຫວ່າງເຈົ້າໜ້າທີ່ສອງປະເທດນັບແຕ່ເກີດເຫດການກ່ຽວກັບໜ່ວຍບາລູນໃນຕົ້ນປີນີ້ ພາໄປເຖິງເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຕ້ອງໂຈະການຢ້ຽມຢາມ ປັກກິ່ງ.

        ໃນແຈ້ງການຂອງທຳນຽບຂາວ ໄດ້ຊີ້ແຈ້ງວ່າ ການເຈລະຈາ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອແນໃສ່ຮັກສາບັນດາຊ່ອງທາງຕິດຕໍ່ພົວພັນທີ່ເປີດອົກເປີດໃຈ ແລະ ຄຸ້ມຄອງການແກ່ງແຍ້ງແບບມີຄວາມຮັບຜິດຊອບ. ໃນຂະນະນັ້ນ, ສຳນັກຂ່າວສານຊິນຮວາ ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ຈີນ ໂດຍໃຫ້ຮູ້ວ່າ: ປະເທດນີ້ຖືການປຶກສາຫາລືແມ່ນແທດຈິງ ແລະ ທັງສອງຝ່າຍຈະສືບຕໍ່ໝູນໃຊ້ບັນດາຊ່ອງທາງຕິດຕໍ່ພົວພັນຍຸດທະສາດນີ້ໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ