ອາເມລິກາ ຍິງລູກສອນໄຟນຳວິຖີຕົກໃສ່ເຂດທະເລມະຫາສະໝຸດປາຊີຟິກ

(VOVWORLD) -ນີ້ແມ່ນການເຄື່ອນໄຫວປົກກະຕິ ເພື່ອສະແດງໃຫ້ເຫັນການນາບຂູ່ນິວເຄຼຍຂອງ ອາເມລິກາ ວ່າມີຄວາມປອດໄພ, ຮັບປະກັນ, ໜ້າໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນ.
ອາເມລິກາ ຍິງລູກສອນໄຟນຳວິຖີຕົກໃສ່ເຂດທະເລມະຫາສະໝຸດປາຊີຟິກ - ảnh 1(ພາບປະກອບ)

        ວັນທີ 10 ກຸມພາ, ກອງທັບອາກາດ ອາເມລິກາ ໄດ້ຍິງລູກສອນໄຟນຳວິຖີຂ້າມທະວີບ ຈາກ California ຕົກໃສ່ເຂດທະເລມະຫາສະໝຸດປາຊີຟິກ. ຕາມແຈ້ງການຈາກກອງທັບ ອາເມລິກາ ແລ້ວ, ນີ້ແມ່ນການເຄື່ອນໄຫວປົກກະຕິ ເພື່ອສະແດງໃຫ້ເຫັນການນາບຂູ່ນິວເຄຼຍຂອງ ອາເມລິກາ ວ່າມີຄວາມປອດໄພ, ຮັບປະກັນ, ໜ້າໄວ້ເນື້ອເຊື່ອໃຈ ແລະ ມີປະສິດທິຜົນ. ວໍຊິງຕັນ ກໍ່ຢືນຢັນວ່າ ໄດ້ດຳເນີນການທົດລອງຍິງລູກສອນໄຟທີ່ຄ້າຍຄືກັນກວ່າ 300 ຄັ້ງ ແລະ ການຍິງທົດລອງໃນຄັ້ງນີ້ບໍ່ແມ່ນຍ້ອນບັນດາເຫດການໃນໂລກປະຈຸບັນ.

        ການກະທຳຂອງ ອາເມລິກາ ດຳເນີນໄປພາຍຫຼັງ 2-3 ວັນທີ່ລັດຖະບານປະເທດນີ້ໄດ້ຍິງບາລູນຂອງ ຈີນ ຕົກເຊິ່ງໄດ້ຮັບຖືວ່າແມ່ນຈຸດປະສົງສອດແນມຢູ່ນອກຝັ່ງທະເລ South Carolia. ເຫດຍິງທົດລອງລູກສອນໄຟຂອງ ອາເມລິກາ ກໍ່ໄດ້ປະຕິບັດພາຍຫຼັງທີ່ກອງທັບ ສປປ.ເກົາຫຼີ ສໍ່ສະແດງລູກສອນໄຟຂ້າມທະວີບ Hwasong 17 ໃຫຍ່ສຸດຂອງປະເທດນີ້ 12 ລູກ ພ້ອມກັບຖານຍິງໄດ້ຮັບຖືວ່າເປັນແບບຂອງລູກສອນໄຟປະເພດໃໝ່ນຳໃຊ້ເຊື້ອເພີງແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ