ອາເມລິກາ ບໍ່ຮັດແຄບຂອບຂະໜາດການຊ້ອມຮົບການທະຫານຮ່ວມ ກັບ ສ.ເກົາຫຼີ

(VOVWORLD) -ທ່ານ Patrick Shanahan ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Jeong Kyeong-doo ຈະເຕື້ອງເຖິງບັນດາການຊ້ອມຮົບການທະຫານຮ່ວມ ເຊິ່ງຈະດໍາເນີນໃນເດືອນ ກັນຍາ ຈະມາເຖິງ.

  ວັນທີ 1 ເມສາ, ທ່ານ Patrick Shanahan ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່່າ ອາເມລິກາ ບໍ່ຮັດແຄບຂອບຂະໜາດບັນດາການຊ້ອມຮົບການທະຫານຮ່ວມກັບ ສ.ເກົາຫຼີ ແຕ່ຫາກຍັງເພີ່ມທະວີກໍາລັງການທະຫານຂຶ້ນອີກ. ກ່າວຄໍາເຫັນທີ່ການຖະແຫຼງຂ່າວ, ທ່ານ Patrick Shanahan ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Jeong Kyeong-doo ຈະເຕື້ອງເຖິງບັນດາການຊ້ອມຮົບການທະຫານຮ່ວມ ເຊິ່ງຈະດໍາເນີນໃນເດືອນ ກັນຍາ ຈະມາເຖິງ ກໍຄືບັນດາບົດຮຽນທີ່ຖອດຖອນມາໄດ້ຈາກການຊ້ອມຮົບການທະຫານລະຫວ່າງສອງຝ່າຍ ທີ່ໄດ້ດໍາເນີນໄປໃນເດືອນມີນາຜ່ານມາ.

        ກ່ອນໜ້ານັ້ນ, ວັນທີ 2 ມີນາ, ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ແລະ ສ.ເກົາຫຼີ ເຫັນດີ ຈະຢຸດຕິບັນດາການຊ້ອມຮົບຮ່ວມ. ວັນທີ 2 ເມສາ, ສື່ມວນຊົນ ສປປ.ເກົາຫຼີ ໄດ້ຕໍາໜິຕິຕຽນບັນດາການຊ້ອມຮົບຮ່ວມລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ ວ່າ ແມ່ນການກະທໍາ “ເກາະຜິດການທະຫານ” ຕ້ານຄືນພຽງຢາງ ແລະ ທໍາລາຍບັນດາຄວາມມານະພະຍາຍາມໃນການສ້າງສັນຕິພາບທີ່ຍາກທີ່ຈະບັນລຸໄດ້ໃນແຫຼມເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ