ອາເມລິກາ: ລັດ Utah ເກີດແຜ່ນດິນໄຫວຢ່າງຮ້າຍແຮງທີ່ສຸດໃນຮອບເວລາເກືອບ 30 ປີຜ່ານມາ

(VOVWORLD) -  ຕອນຄ່ຳວັນທີ 18 ມີນາ (ຕາມເວລາຫວຽດນາມ), ລັດ Utah, ທາງທິດຕາເວັນຕົກ ອາເມລິກາເກີດແຜ່ນດິນໄຫວທີ່ມີຄວາມແຮງ 5,7 ອົງສາຣິກເຕີເຮັດໃຫ້ໄຟຟ້າມອດໄປທົ່ວລັດ. ນີ້ແມ່ນເຫດແຜ່ນດິນໄຫວແຮງທີ່ສຸດທີ່ເກີດຂຶ້ນຢູ່ລັດນີ້ໃນຮອບເວລາເກືອບ 30 ປີຜ່ານມາ.
ອາເມລິກາ: ລັດ Utah ເກີດແຜ່ນດິນໄຫວຢ່າງຮ້າຍແຮງທີ່ສຸດໃນຮອບເວລາເກືອບ 30 ປີຜ່ານມາ - ảnh 1 (ພາບປະກອບ)

        ເຫດແຜ່ນດິນໄຫວເກີດຂຶ້ນຢູ່ທາງທິດເໜືອເຂດ Magna, ເຮັດໃຫ້ເຮືອນຊານ, ຕຶກອາຄານສັ່ນສະເທືອນ. ທ່ານ Gary Herbert ຜູ້ວ່າການລັດ Utah ໄດ້ຮຽກຮ້ອງໃຫ້ປະຊາຊົນຕ້ອງເຄົາລົບບັນດາມາດຕະການຮັບປະກັນຄວາມປອດໄພ, ໃນຂະນະທີ່ທ່ານ Lake Erin Mendenhall ເຈົ້າຄອງນະຄອນ Salt ໃຫ້ຮູ້ວ່າ: ອຳນາດການປົກຄອງນະຄອນພວມຕີລາຄາສະພາບການເພື່ອຍົກອອກບັນດາມາດຕະການໃຫ້ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ