ອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການທະຫານດ້ວຍຈຳນວນເງິນ 425 ລ້ານໂດລາສະຫະລັດໃຫ້ແກ່ ຢູແກຼນ

(VOVWORLD) - ຈຳນວນເງິນ 300 ລ້ານໂດລາສະຫະລັດ ຈະໄດ້ນຳໃຊ້ເພື່ອຊື້ລູກປືນດ້ວຍໄລເຢີ ພາທາງ ເພື່ອແນໃສ່ມ້າງທຳລາຍບັນດາເຮືອບິນບໍ່ມີຄົນຂັບຂອງລັດເຊຍ.

ວັນທີ 3 ພະຈິກ, ອຳນາດການປົກຄອງທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດບ້ວງເງິນຊ່ວຍເຫຼືອດ້ານອາວຸດ ຍຸດທະພັນທີ່ມີມູນຄ່າ 425 ລ້ານໂດລາສະຫະລັດ ໃຫ້ແກ່ ຢູແກຼນ. ບ້ວງເງິນຊ່ວຍເຫຼືອນີ້ແມ່ນເລີ່ມມາຈາກຂໍ້ລິເລີ່ມໜູນຊ່ວຍດ້ານການປ້ອງກັນຄວາມສະຫງົບໃຫ້ແກ່ ຢູແກຼນ ທີ່ໄດ້ອະນຸຍາດໃຫ້ ລັດຖະບານ ອາເມລິກາ ຊື້ອາວຸດແທນທີ ເອົາອາວຸດຈາກສາງສະສົມຂອງປະເທດນີ້. ຈຳນວນເງິນ 300 ລ້ານໂດລາສະຫະລັດ ຈະໄດ້ນຳໃຊ້ເພື່ອຊື້ລູກປືນດ້ວຍໄລເຢີ ພາທາງ ເພື່ອແນໃສ່ມ້າງທຳລາຍບັນດາເຮືອບິນບໍ່ມີຄົນຂັບຂອງລັດເຊຍ. ຈຳນວນເງິນ 125 ລ້ານໂດລາສະຫະລັດ ຍັງເຫຼືອແມ່ນເພີ່ມເຕີມໃຫ້ບັນດາລະບົບປ້ອງກັນອາກາດ NASAMS, ລູກປື່ນ HIMARS.

        ປະຈຸບັນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Biden ຍັງມີຈຳນວນເງິນປະມານ 5 ຕື້ໂດລາສະຫະລັດ ໃນງົບປະມານໜູນຊ່ວຍໃຫ້ແກ່ ຢູແກຼນ. ນີ້ແມ່ນບ້ວງເງິນເປັນສ່ວນເກີນໃນຍອດຈຳນວນເງິນ 6,2 ຕື້ໂດລາສະຫະລັດ ຍ້ອນແມ່ນບັນຫາຄວາມຕິດຂັດທາງບັນຊີຂອງທຳນຽບ 5 ແຈ.

ຕອບກັບ

ຂ່າວ/ບົດ​ອື່ນ