ອາເມລິກາ ສະໜອງບ້ວງເງິນອຸປະຖຳດ້ານການທະຫານໃໝ່ໃຫ້ແກ່ ຢູແກຼນ

(VOVWORLD) - ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ, ບ້ວງເງິນອຸປະຖຳໃໝ່ນີ້ ແມ່ນເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນທາງອາກາດ ແລະ ຈະບໍ່ລວມເອົາບັນດາລູກສອນໄຟນຳວິຖີໄລຍະໄກທີ່ມີຫົວລູກປືນພວງ
ອາເມລິກາ ສະໜອງບ້ວງເງິນອຸປະຖຳດ້ານການທະຫານໃໝ່ໃຫ້ແກ່ ຢູແກຼນ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ: AFP/TTXVN)

          ວັນທີ 21 ກັນຍາ, ໃນການເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ທໍານຽບຂາວຢູ່ ວໍຊິງຕັນດີຊີ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດບ້ວງເງິນອຸປະຖຳດ້ານການທະຫານເພີ່ມເຕີມລວມມູນຄ່າ 325 ລ້ານ USD ໃຫ້ແກ່ Kiev. ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ, ບ້ວງເງິນອຸປະຖຳໃໝ່ນີ້ ແມ່ນເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດປ້ອງກັນທາງອາກາດ ແລະ ຈະບໍ່ລວມເອົາບັນດາລູກສອນໄຟນຳວິຖີໄລຍະໄກທີ່ມີຫົວລູກປືນພວງ, ແຕ່ທ່ານ Biden ບໍ່ໄດ້ປະຕິເສດຄວາມເປັນໄປໄດ້ທີ່ຈະສະໜອງອາວຸດເຫຼົ່ານັ້ນໃຫ້ແກ່ ຢູແຫຼນ ໃນອະນາຄົດ. ເລີ່ມແຕ່ອາທິດຈະມາເຖິງ, ອາເມລິກາ ຈະສົ່ງລົດຖັງສຸຮົບ Abram ລຳທຳອິດໄປໃຫ້ ຢູແກຼນ.

          ທ່ານຫົວໜ້າຂັ້ນສູງສະພາຄວາມໝັ້ນຄົງແຫ່ງຊາດ ຮັບຜິດຊອບ ເອີລົບ Amanda Sloat ໃຫ້ຮູ້ວ່າ, ນີ້ແມ່ນບ້ວງເງິນອຸປະຖຳດ້ານການທະຫານທີ 4 ຂອງ ອາເມລິກາ ສຳລັບ ຢູແກຼນ ພາຍໃນໄລຍະ 6 ອາທິດ ແລະ ບໍ່ກ່ຽວຂ້ອງເຖິງບ້ວງເງິນອຸປະຖຳດ້ານການທະຫານ 24 ຕື້ USD ທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Biden ກໍາລັງເກ້ຍກ່ອມໃຫ້ສະພາແຫ່ງຊາດຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ