ອາເມລິກາ ເຂົ້າຮ່ວມ ສົນທິສັນຍາຄວບຄຸມ ອາວຸດຂອງສະຫະປະຊາຊາດ

ອາເມລິກາ ເຂົ້າຮ່ວມ ສົນທິສັນຍາຄວບຄຸມ ອາວຸດຂອງສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) - ພາຍຫຼັງ​ການ​​ໂຄ້​ຖຽນກັນ ​ແລະ ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ພາຍ​ໃນ​ປະ​ເທດ, ອຳນາດ​ການ​ປົກຄອງ​ຂອງ​ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ຕັດສິນ​ເຂົ້າ​ຮ່ວມ​ສົນທິສັນຍາ​ຄ້າຂາຍ​ອາວຸດ​ຂອງ​ສະຫະ​ປະຊາ​ຊາດ, ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ປືນ ​ແລະ ອາວຸດ​ທຳ​ມະ​ດາ​ອື່ນໆ. ພິທີ​ລົງ​ນາມ​​ໄດ້​ດຳ​ເນີນໃນ​ວັນ​ທີ 25 ກັນຍາ, ຢູ່​ນິວຢອກ (ອາ​ເມ​ລິ​ກາ). ກ່າວ​ຄຳ​ເຫັນ​ພາຍຫຼັງ​ລົງ​ນາມ​​ໃນເອກະສານ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ John Kerry ​ເອີ້ນ​ນີ້​ແມ່ນ​ບາດກ້າວ​ສຳຄັນ ​ໃນ​ຄວາມ​ມານະ​ພະຍາຍາມ​ປັບປຸງ​ສັນຕິພາບ​ຂອງ​ໂລກ ​ເພື່ອ​ການ​ເຄື່ອນ​ໄຫ​ວສົ່ງ​ອອກ​ອາວຸດ​ຖືກ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອບໍ່​ໃຫ້​ຕົກ​ໃສ່​ມືຂອງ​ພວມກໍ​ກາ​ນຮ້າຍ ຫຼື້ ບັນດາ​​ເປົ້າ​ໝາຍຫົວ​ຮຸນ​ແຮງ. ກາ​ນຳຂະ​ແໜງ​ການ​ທູດ​ອາ​ເມ​ລິ​ກາ ຖື​ວ່າ ສົນທິສັນຍາ ຈະ​ຊ່ວຍ​ປັບປຸງ​ຄວາມ​ໝັ້ນຄົງຂອງ​ອາ​ເມ​ລິ​ກາ ​ແລະ ສ້າງ​ພື້ນຖານ​ຄວາມ​ປອດ​​ໄພ​ໃນ​ທົ່ວ​​ໂລກ ຫາກ​ບໍ່​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ການ​ຄ້າຂາຍ​ອາວຸດ​ທຳ​ມະ​ດາທີ່​ຖືກ​ຕ້ອງຕາມ​ກົດໝາຍ. ​ແຕ່​ເອກະສານ​ດັ່າງກ່າວ ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກສະພາ​ສູງ​ອາ​ເມ​ລິ​ກາ ​ຈຶ່ງ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ