ອາເມລິກາ ເລີ່ນປະຕິບັດກົນໄກລົງໂທດອີຣານ ຄືນໃໝ່

(VOVWORLD) -ຂັ້ນຕອນຕ່າວປີ້ນດັ່ງກ່າວອະນຸຍາດໃຫ້ບໍ່ວ່າປະເທດໃດໃນກຸ່ມ P5+1 ທີ່ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງນິວເຄຼຍເມື່ອປີ 2015 ກັບອີຣານ ມີສິດສະເໜີຈັດວາງບັນດາຄຳສັ່ງລົງໂທດຂອງສະຫະປະຊາດສຳລັບອີຣານ ຄືນໃໝ່

ວັນທີ 20 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ໄປຍັງສຳນັກງານສະຫະປະຊາຊາດເພື່ອເລີ່ມປະຕິບັດ “ຂັ້ນຕອນຕ່າວປີ້ນ” ເພື່ອແນໃສ່ຈັດວາງບັນດາຄຳສັ່ງລົງໂທດຂອງສະຫະປະຊາດສຳລັບອີຣານ ຄືນໃໝ່, ເຊິ່ງແມ່ນບາດກ້າວອາດຈະທຳລາຍຂໍ້ຕົກລົງນິວເຄຼຍ 2015 ທັງໝົດ.

        ຂັ້ນຕອນຕ່າວປີ້ນດັ່ງກ່າວອະນຸຍາດໃຫ້ບໍ່ວ່າປະເທດໃດໃນກຸ່ມ P5+1 ທີ່ເຂົ້າຮ່ວມການລົງນາມໃນຂໍ້ຕົກລົງນິວເຄຼຍເມື່ອປີ 2015 ກັບອີຣານ ມີສິດສະເໜີຈັດວາງບັນດາຄຳສັ່ງລົງໂທດຂອງສະຫະປະຊາດສຳລັບອີຣານ ຄືນໃໝ່ ຖ້າຫາກວ່າປະເທດນີ້ບໍ່ປະຕິບັດຕາມມາດຕາທີ່ໄດ້ເຫັນດີໃນຂໍ້ຕົກລົງ. ພາຍຫຼັງໄດ້ຮັບຂໍ້ສະເໜີຂອງອາເມລິກາ ຢ່າງເປັນທາງການ, ບັນດາປະເທດສະມາຊິກຍັງເຫຼືອໃນສະພາຄວາມໝັ້ນຄົງຈະມີເວລາ 10 ວັນເພື່ອຍົກອອກຂໍ້ຕົກລົງວ່າຈະເຫັນດີຫຼືບໍ່. ໃນກໍລະນີບັນດາຝ່າຍບໍ່ເຫັນດີນຳກັນ, ບັນດາຄຳສັ່ງລົງໂທດອີຣານ ຈະໄດ້ປະຕິບັດພາຍຫຼັງເວລາ 30 ວັນ ນັບແຕ່ເມື່ອອາເມລິກາ ຍົກອອກຂໍ້ສະເໜີຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ