ອາເມລິກາຈະເຮັດທຸກຢ່າງເທົາທີ່ສາມາດເຮັດໄດ້ເພື່ອໜູນຊ່ວຍຫວຽດນາມ

(VOVWORLD) -          ຕອນບ່າຍວັນທີ 30/3, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດ ຄົນໃໝ່ຂອງອາເມລິກາ ປະຈຳ ຫວຽດນາມ ທີ່ເຂົ້າຢ້ຽມຄຳນັບເນື່ອງ ໃນໂອກາດມາຮັບໜ້າທີ່ວຽກງານ
ອາເມລິກາຈະເຮັດທຸກຢ່າງເທົາທີ່ສາມາດເຮັດໄດ້ເພື່ອໜູນຊ່ວຍຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມດ້ວຍຄະນະ ຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດ ອາເມລິກາ

     ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢືນຢັນວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ແລະ ຫວຽດນາມ ປາດຖະໜາຢາກພ້ອມກັບ ອາເມລິກາ ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ - ອາເມລິກາ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ກາຍເປັນຂົງເຂດຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການສຶກສາ... ແມ່ນປະຖົມປັດໄຈ ສຳຄັນເພື່ອຊຸກຍູ້ການພົວພັນສອງຝ່າຍ.

    ສ່ວນທ່ານເອກອັກຄະລັດຖະທູດ Marc Evans Knapper ຕີລາຄາສູງການພັດທະນາຂອງຫວຽດນາມ ໃນທຸກດ້ານໃນການປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ -19 ແລະ ການຟື້ນຟູການພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດ. ທ່ານເອກອັກຄະລັດຖະທູດ ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະຈະມາເຖິງ, ຈະສົມທົບ ກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ຢ່າງຕັ້ງໜ້າ ໃນການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການແລກປ່ຽນດ້ານການຄ້າ ແລະ ການລົງທຶນ, ຍູ້ແຮງການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ກໍ່ສ້າງພື້ນຖານໂຄງລ່າງຄຸນນະພາບສູງ, ພັດທະນາຂຽວ ແລະ ຍືນຍົງ, ການບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ການຫັນເປັນດີຈີຕອນ... ທ່ານເອກອັກຄະລັດຖະທູດອາເມລິກາ ຢືນຢັນຈະເຮັດທຸກຢ່າງເທົາທີ່ສາມາດເຮັດໄດ້ເພື່ອແນໃສ່ໜູນຊ່ວຍຫວຽດນາມ  ແລະ ເຊື່ອໝັ້ນວ່າ ໂຄງການຟື້ນຟູຢ່າງວ່ອງໄວ ແລະ ຍືນຍົງຂອງຫວຽດນາມຈະສຳເລັດຜົນ

     ໃນລະດັບພາກພື້ນ ແລະ ຫຼາຍຝ່າຍ, ທ່ານເອກອັກຄະລັດຖະທູດ Marc Evans Knapper ຢືນຢັນຄວາມປາດຖະໜາຂອງ ອາເມລິກາ ຢາກເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ພາກພື້ນອິນເດຍ ປາຊີຟິກ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.

      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ   ແລະ ທ່ານເອກອັກຄະລັດຖະທູດ Marc Evans Knapper ຍັງໄດ້ແລກປ່ຽນທາງດ້ານຫຼັກໝັ້ນ ຂອງບັນດາປະເທດ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. .

ຕອບກັບ

ຂ່າວ/ບົດ​ອື່ນ