ອາເມລິກາຢືນຢັນເຄົາລົບນະໂຍບາຍ“ປະເທດຈີນໜຶ່ງດຽວ”

ອາເມລິກາຢືນຢັນເຄົາລົບນະໂຍບາຍ“ປະເທດຈີນໜຶ່ງດຽວ” - ảnh 1
(​ພາບ​ປະ​ກອບ: CNA)

(vovworld) - ວັນ​ທີ 16/12, ​ທ​ຳນຽບ​ຂາວ​ອອກ​ຖະ​ແຫຼງວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ ໃນ​ທັດ​ສະ​ນະ​ແຕ່​ດົນ​ນານ​ມາ​ແລ້ວ​ຂອງ​ຕົນ​ສຳ​ລັບ​ນະ​ໂຍ​ບາຍ “ປະ​ເທດ​ຈີນ​ໜຶ່ງ​ດຽວ”. ຖະ​ແຫຼງ​ດັ່ງ​ກ່າວ ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ທີ່ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຍື່ນ​ສະ​ເໜີຕໍ່​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ບ້ວງ​ອາ​ວຸດ​ທີ່​​ຂາຍ​ໃຫ້ ໄຕ​ຫວັນ (ຈີນ) ​ລວມມູນ​ຄ່າ 1,83 ຕື້ USD ຢ່າງ​ເປັນ​ທາງ​ການ. ໂຄ​ສົກ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂ​າວ Myles Caggins ເນັ້ນ​ໜັກ​ວ່າ, ການຂາຍ​ອາ​ວຸດ​​, ນີ້ແມ່ນ​ເໝາະ​ສົມ​ກັບ​ກົດໝາຍ​ວ່າ​ດ້ວຍການ​ພົວ​ພັນ​​ກັບໄຕ​ຫວັນ, ເຊິ່ງ​ຕາມນັ້ນ​ແລ້ວ, ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຊ່ວຍ​ເກາະ​ແຫ່ງ​ນີ້​ຮັກ​ສາ​ກຳ​ລັງ​ປ​້​ອງ​ຄວາມ​ສາ​ມາດ​ກັນ​​ທີ່​ໜ້າໄວ​້​ເນື້ອ​ເຊື່​ອ​ໃຈ.

      ກ່ອ​ນ​ໜ້ານັ້ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ຮຸງ​ໄລ ໄດ້​ອອກ​ສຽງ​ຄັດ​ຄ້​ານ​ການ​ຄ້າ​ຂາຍ​ດັ່ງ​ກ່າວ, ກ່າວ​ຫາ​ເລື່ອງ​ດັ່ງ​ກ່າວ​ແມ່ນ​ການ​ກະ​ທຳ “ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ”.

ຂ່າວ/ບົດ​ອື່ນ