ອາເມລິກາແລະຍີ່ປຸ່ນເຫັນດີຮ່ວມມືເພື່ອຮັບມືກັບໄພນາບຂູ່ຈາກພຽງຢາງ

ອາເມລິກາແລະຍີ່ປຸ່ນເຫັນດີຮ່ວມມືເພື່ອຮັບມືກັບໄພນາບຂູ່ຈາກພຽງຢາງ - ảnh 1
ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ  Shinzo Abe ພາຍ​ຫລັງ​ການ​ປະ​ຊຸມ​ຂ່າວ
​ຢູ່ 
Washington, DC ວັນ​ທີ 10/2. 
ພາບ AFP/TTXVN

(vovworld)- ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ທີ 6/4, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ Shizo Abe ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຫວ່າງ​ແລ້ວນີ້​ຂອງ ສ​ປ​ປ ເກົາ​ຫລີ ແມ່ນ “ການ​ກະ​ທຳ​ເກາະ​ຜິດ​ອັນ​ຕະ​ລາຍ​ແລະ​ແມ່ນ​ໄພ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ” ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຮ່ວມມ​ື​ນຳ​ກັນ​ຢ່າງ​ແຫ​ນ້ນແຟ້ນ​ເພື່ອ​ຮັບ​ມື​ກັບ​ໄພ​ນາບ​ຂູ່​ຈາກ​ພຽງ​ຢາງ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍ​ຫລັງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shizo Abe ໃຫ້​ຮູ້​ວ່າ: ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ເນັ້ນ​ຫ​ນັກ​ວ່າ ວໍ​ຊີງ​ຕັນ ພວມ​ຄ​ິດ​ໄລ່​ຊັ່ງ​ຊາ​ທຸກ​ມາດ​ຕະ​ການ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ໄພ​ນາບ​ຂູ່​ຈາກ ສ​ປ​ປ ເກົາ​ຫລີ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shizo Abe ຍັງ​ໃຫ້​ຮູ້​ວ່າ: ໂຕ​ກຽວ ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ແລະ ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​​ປະ​ເຊີນ​ຫ​ນ້າ​ກັບ ສ​ປ​ປ ເກົາ​ຫລີ. ແລະ ໃນ​ການ​ໂອ​້​ລົມ​ທາງ​ໂທ​ລະ​ສັບ​ນັ້ນ, ການ​ນຳ​​ທັງສອງ​ທ່ານເຫັນ​ດີ​ນຳ​ກັນ​ວ່າ: ຈີນ ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສະ​ກັດ​ກັ້ນ ສ​ປ​ປ ເກົາ​ຫລີ ສ​ືບ​ຕາມ​ໂຄງ​ການ​ລູກ​ສອນ​ໄຟ ແລະ ອາ​ວຸດ​ນິວ​ເຄຼຍ​ ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ.


ຕອບກັບ

ຂ່າວ/ບົດ​ອື່ນ